ເສີມຂະຫຍາຍກຳລັງແຮງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ

ເສີມຂະຫຍາຍກຳລັງແຮງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ - ảnh 1
(​ພິ​ທີ​ສະ​ຫຼຸບຂໍ້​ກຳນົດ​ສົມ​ທົບ​ວຽກ​ງານ​ລະ​ຫວ່າງ​ປະ​ທານ​ປະ​ເທດ ແລະ
ຄະ​ນະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ)


(vovworld) - ​ຕອນ​ບ່າຍ​ວັນ​ທີ 14/02, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ຫຼຸບຂໍ້​ກຳນົດ​ສົມ​ທົບ​ວຽກ​ງານ​ລະ​ຫວ່າງ​ປະ​ທານ​ປະ​ເທດ ແລະ ຄະ​ນະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ວຽກ​ງານ​ປີ 2017. ກ່າວ​ຄຳ​ເຫັນ​​ນະ​ທີ່​ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ຍູ້​ແຮງວຽກ​ງານ​ສົມ​ທົບ​ກັນ ກໍ່​ສ້າງ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ກຸ່ມ​ກ້ອມ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄົວ​ເລກ​ຄາດ​ໝາຍ, ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ສັງ​ຄົມ. ທ່ານ​ປະ​ທ​ານ​ປະ​ເທດ ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ.

        “ພວກ​ເຮົາ​ຕິດ​ແທດ​ກັບ​ບົດ​ບາດ, ໜ້າ​ທີ່​ຂອງ​ປະ​ທານ​ປະ​ເທດ​, ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢ່າງ​ໃກ້​ຊິດ ແລະ ​ສຸມ​ໃສ່​ເຂົ້າ​ບັນ​ດາ​ໜ້າ​ທີ່​ວຽກງານ​ຈຸດ​ສຸມນັ້ນ​ແມ່ນສຸ​ມ​ໃສ່​ ວຽກ​ງານ​ປຸກ​ລະ​ດົມ, ລະ​ດົມ​ກຳ​ລັງ​ໃຈ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫ​າ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພ້ອ​ມ​ທັງ​ປະ​ຕິ​ບັດ​ບັນ​ດາ​ໜ້​າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ໜ້າ​ທີິ​່​​ການພົວ​ພັນ​​ຕ່າງ​ປະ​ເທດ​ຢ່າງ​ມີ​ໄຊ, ໃນ​ນັ້ນ​ມີ​ການ​ພົວ​ພັນ​​ຕ່າງ​ປະ​ເທດ​ປະ​ຊ​າ​ຊົນ​ …”

ຂ່າວ/ບົດ​ອື່ນ