ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ ຄະນະກຳມາທິການແມ່ນ້ຳຂອງ ແມ່​ນ້ຳ​ຄົງ​ຄາໃຫ້ຫຼາຍ​ກ່​ວາ​ອີກ

(VOVWORLD) - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຍົກອອກບາງຂໍ້ສະເໜີຮ່ວມມືຄື: ເພີ່ມທະວີການຮ່ວມມືສາທາລະນະສຸກຜ່ານການຄົ້ນຄ້ວາ, ຜະລິດ ແລະ ແຈກຢາຍວັກຊິນ, ສະໜອງວັກຊິນຕ້ານເຊື້ອ ແລະ ອຸປະກອນ, ວັດຖຸການແພດ, ຍົກສູງຄຸນນະພາບຖັນແຖວພະນັກງານການແພດ ແລະ ລະບົບສາທາລະນະສຸກປະຊາຄົມ
ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ ຄະນະກຳມາທິການແມ່ນ້ຳຂອງ ແມ່​ນ້ຳ​ຄົງ​ຄາໃຫ້ຫຼາຍ​ກ່​ວາ​ອີກ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)

ໂດຍຕອບຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn, ວັນທີ 21 ກໍລະກົດ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳຄົງຄາ  (MGC) ຄັ້ງທີ 11 ຕາມຮູບການທາງອອນລາຍ. ເຂົ້າຮ່ວມກອງປະຊຸມຍັງມີລັດຖະມົນຕີການຕ່າງປະເທດ ບັນດາປະເທດຄື ລາວ, ມຽນມາ, ໄທ ແລະ ອິນເດຍ. ກອງປະຊຸມໄດ້ຫວນຄືນເສັ້ນທາງ 2 ທົດສະວັດແຫ່ງການຮ່ວມມື ແລະ ປຶກສາຫາລືກ່ຽວກັບບັນດາກາລະໂອກາດ, ສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ, ກໍ່ຄືບັນດາການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ.

        ໂດຍເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຍົກອອກບາງຂໍ້ສະເໜີຮ່ວມມືຄື: ເພີ່ມທະວີການຮ່ວມມືສາທາລະນະສຸກຜ່ານການຄົ້ນຄ້ວາ, ຜະລິດ ແລະ ແຈກຢາຍວັກຊິນ, ສະໜອງວັກຊິນຕ້ານເຊື້ອ ແລະ ອຸປະກອນ, ວັດຖຸການແພດ, ຍົກສູງຄຸນນະພາບຖັນແຖວພະນັກງານການແພດ ແລະ ລະບົບສາທາລະນະສຸກປະຊາຄົມ

        ລັດຖະມົນຕີ ຖືວ່າ ບັນດາປະເທດຄວນເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ຄົ້ນຄ້ວາ ແລະ ນຳໃຊ້ເຕັກໂນໂລຢີດີຈີຕອນ, ພັດທະນາພື້ນຖານໂຄງລ່າງດີຈີຕອນ, ບຸລິມະສິດການຮ່ວມມືຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງກຳລັງຄວາມສາມາດໃນການຄາດຄະເນ ແລະ ຄຸ້ມຄອງໄພທຳມະຊາດ, ຮ່ວມມືລະຫວ່າງຄະນະກຳມາທິການແມ່ນ້ຳຂອງ ກັບ ອົງການຄຸ້ມຄອງເຂດລຸ່ມແມ່ນ້ຳຄົງຄາ.

        ສິ້ນສຸດກອງປະຊຸມ, ບັນດາປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມລັດຖະມົນຕີ MGC ຄັ້ງທີ 12 ຢູ່ນອກກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ