ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ
ຮ່າກິມງອກ
|
(vovworld) – ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງຊຸດທີ 31 ຂອງສະພາສິດທິມະນຸດ ສປຊ ທີ່ພວມຈັດຂຶ້ນຢູ່ ເຊີແນວ, ປະເທດ ສະວິດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຮ່າກິມງອກ ມີບົດຕອບສຳພາດຕໍ່ວົງການນັກຂ່າວກ່ຽວກັບການຕີລາຄາໄລຍະ 2 ປີທີ່ຫວຽດນາມ ກາຍເປັນສະມາຊິກສະພາສິດທິມະນຸດ ສປຊ. ຕາມທ່ານ ຮ່າກິມງອກ ແລ້ວ, ຜ່ານ 2/3 ໄລຍະເວລາທີ່ເປັນສະມາຊິກສະພາສິດທິມະນຸດ, ຫວຽດນາມ ຄ່ອຍໆຢັ້ງຢືນພາບພົດ, ບົດບາດຂອງຕົນຢູ່ເວທີປາໄສສິດທິມະນຸດແຖວໜ້າຂອງ ສປຊ, ສະແດງທີ່ຕັ້ງບົດບາດກ້າວຂຶ້ນເທື່ອລະກ້າວດ້ວຍການຮັບຮູ້ຢ່າງເໝາະສົມຂອງເພື່ອນມິດສາກົນ ແລະ ປະຊາຄົມໂລກ. ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນວ່າເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ ສະພາສິດທິມະນຸດ, ພ້ອມກັບບັນດາປະເທດ ສະມາຊິກອື່ນແກ້ໄຂບັນດາສິ່ງທ້າທາຍລວມຂອງມະນຸດໃນຂົງເຂດສິດທິມະນຸດ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ມີບັນດາການປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດການສ້າງບັນດາມະຕິ, ຂໍ້ຕົກລົງຂອງສະພາສິດທິມະນຸດຕາມທິດສະໜັບສະໜູນດ້ວຍການສຳພັດຢ່າງມີຄວາມດູ່ນດ່ຽງ, ຮອບດ້ານ, ຕອບສະໜອງໄດ້ຄວາມສົນໃຈ, ຜົນປະໂຫຍດຂອງຫຼາຍຝ່າຍ, ມຸ່ງໄປເຖິງຄວາມເຫັນດີເຫັນພ້ອມ…ດ້ວຍຄວາມໄວ້ເນື້ອເຊື່ອໃຈຂອງປະເທດໃນກຸ່ມ ອາຊີ - ປາຊີຟິກ, ນັບແຕ່ປີ 2016 ນີ້, ຫວຽດນາມ ກາຍເປັນປະເທດຕາງໜ້າຂອງພາກພື້ນໃນກຸ່ມເຮັດວຽກກ່ຽວກັບສະພາບການ. ທ່ານ ຮ່າກິມງອກ ໃຫ້ຮູ້ວ່າ: ຫວຽດນາມ ເຂົ້າຮ່ວມສະພາສິດທິມະນຸດດ້ວຍທັດສະນະຍົກສູງການເຈລະຈາ ແລະ ການຮ່ວມມື, ພ້ອມກັນສູ້ຊົນເພື່ອຈຸດໝາຍຊຸກຍູ້ ແລະ ຮັບປະກັນສິດທິມະນຸດບົນພື້ນຖານການແລກປ່ຽນ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ. ມາຮອດປະຈຸບັນ, ຫວຽດນາມ ແມ່ນນັກປະພັນຮ່ວມຂອງມະຕິກ່ວາ 30 ສະບັບກ່ຽວກັບບັນດາເນື້ອໃນຄືຮັບປະກັນສິດໃນການພັດທະນາ, ຕ້ານການໃຊ້ຄວາມຮຸນແຮງ ແລະ ຈຳແນກການປະພຶດ, ຕ້ານການຄ້າມະນຸດ… ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ລວມຂອງໂລກກ່ຽວກັບບັນດາຄຸນຄ່າສິດທິມະນຸດ.
ຕາມທ່ານລັດຖະມົນຕີຊ່ວຍວ່າການ ຮ່າກິມງອກ ແລ້ວ, ໃນປີສຸດທ້າຍທີ່ເປັນສະມາຊິກສະພາສິດທິມະນຸດ, ຫວຽດນາມ ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນ 2 ປີຜ່ານມາ, ຜ່ານນັ້ນຢັ້ງຢືນທີ່ຕັ້ງບົດບາດໃໝ່ຂອງ ຫວຽດນາມ ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ, ພວມກ້າວຂຶ້ນຢ່າງໝັ້ນຄົງເພື່ອຊີວິດທີ່ມີຄວາມວັດທະນາຖາວອນ, ເພີ່ມຄວາມຜາສຸກຂອງປະຊາຊົນທຸກຄົນ.