ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ເພີ່ມ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ເປັນ​ມື​ອາ​ຊີບ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ມີຜູ້ແທນຫຼາຍຄົນໄດ້ເນັ້ນໜັກວ່າ ການປັບປຸງລະບຽບການເຮັດວຽກໃນຄັ້ງນີ້ຄວນສຸມໃສ່ຄົ້ນຄ້ວາ, ປັບປຸງ, ເພີ່ມເຕີມບາງເນື້ອໃນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ວິທີການຢ່າງແຮງ, ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ
ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ເພີ່ມ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ເປັນ​ມື​ອາ​ຊີບ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)

ຢູ່ກອງປະຊຸມທີ່ຈັດຂຶ້ນໃນຕອນບ່າຍວັນທີ 16 ກຸມພາ, ເມື່ອປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການປັບປຸງລະບຽບການເຮັດວຽກຂອງ ຄະນະປະຈຳສະພາແຫ່ງຊາດ, ບັນດາກຳມະການຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປັບປຸງລະບຽບການເຮັດວຽດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ ເພື່ອເສີມຂະຫຍາຍປະຊາທິປະໄຕ, ເພີ່ມລັກສະນະເປັນເຈົ້າຕົນເອງ, ເປັນມືອາຊີບໃນການເຄື່ອນໄຫວຂອງ ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ຮັບປະກັນຢ່າງຄົບຊຸດ, ເອກະພາບກັບຂໍ້ກຳນົດໃໝ່ຂອງກົດໝາຍ, ມະຕິທີ່ກ່ຽວຂ້ອງ, ແກ້ໄຂບັນດາຂໍ້ຄົງຄ້າງໃນພຶດຕິກຳຕົວຈິງ.

ມີຜູ້ແທນຫຼາຍຄົນໄດ້ເນັ້ນໜັກວ່າ ການປັບປຸງລະບຽບການເຮັດວຽກໃນຄັ້ງນີ້ຄວນສຸມໃສ່ຄົ້ນຄ້ວາ, ປັບປຸງ, ເພີ່ມເຕີມບາງເນື້ອໃນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ວິທີການຢ່າງແຮງ, ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໃນສະພາບການໃໝ່ຂອງລະບົບການເມືອງ, ຍູ້ແຮງການຫັນເປັນດີຈີຕອນ, ການສ້າງສະພາແຫ່ງຊາດເອເລັກໂຕນິກ, ຮັບມືຢ່າງໄຫວພິບ, ມີປະສິດທິຜົນໃນສະພາບການພິເສດ, ຕໍ່ໜ້າການຜັນແປຢ່າງສັບສົນທີ່ບໍ່ເຄີຍມີມາກ່ອນຄືພະຍາດໂຄວິດ - 19.   

ຕອບກັບ

ຂ່າວ/ບົດ​ອື່ນ