ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເຂົ້າຮ່ວມການກໍ່ສ້າງພັກ, ລັດ

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເຂົ້າຮ່ວມການກໍ່ສ້າງພັກ, ລັດ - ảnh 1
ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
 ຫງວຽນ​ທ້ຽນ​ເຍິນກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: daidoanket)

(vovworld) - ຕອນ​ເຊົ້າ​ວັນ​ທີ 30/7, ຄະນະ​ປະຈຳການ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສູນ​ກາງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ, ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ, ສະຫະພັນ​ສະຫະກອນ​ຫວຽດນາມ ຈັດຕັ້ງ​ກອງ​ປະຊຸມ​ປະ​ເມີນ​ຜົນ​ແຫ່ງ​ການ​ປະຕິບັດ​ລາຍການ​ສົມທົບ ​ແລະ ວຽກ​ງານ​ແຂ່ງຂັນ - ຍ້ອງຍໍ 6 ​ເດືອນ​ຕົ້ນ​ປີ 2016. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ຊີ້​ແຈ້ງວ່າ, ລາຍການ​ສົມທົບ​ກັນ ​ໄດ້​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ, ປະກອບສ່ວນ​ປະຕິບັດ​ກົນ​ໄກ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ​ແນວ​ໂຮມ​ປະ​ເທດ​ຊາດຕິ​ດຕາມ​ກວດກາ, ​ໃຈ້​ແຍກ​ຕີ​ລາຄາ ​ແລະ ປະຊາຊົນ​ເປັນ​ເຈົ້າ​“ ທ່ານ ຫງວຽນ​ທ້ຽນ​ເຍິນ​ ສະ​ເໜີ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​ໃນ​ກຸ່ມ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ, ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ແບ່ງປັນ​ບັນດາ​ຮູບ​ແບບ​ທີ່​ດີ​ເດັ່ນ, ວິທີ​ເຮັດ​ທີ່​ດີ, ມີ​ຫົວຄິດ​ປະ​ດິດສ້າງ, ​ເຊິ່ງ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ສະມາຊິກ​ຜັນ​ຂະຫຍາຍ ຕິດ​ພັນ​ກັບ​ການ​ຍ້ອງຍໍ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ.

 

 

ຂ່າວ/ບົດ​ອື່ນ