ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ພູມ​ປັນ​ຍາ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ເພື່ອປະ​ເທດ ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -  ໃນລະຫວ່າງວັນທີ 30 – 31 ມີນາ, ເວທີປາໄສ ຊາວ ຫວຽດນາມ ທີ່ມີລະດັບສົ່ງຜົນສະທ້ອນ ປີ 2024 (Vietnam Global Leaders Forum - VGLF 2024) ຖືກຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ຝລັ່ງ. ເວທີປາໄສ ໄດ້ດຶງດູດຜູ້ແທນ ຫວຽດນາມ ແລະ ຄົນຕ່າງປະເທດເຊື້ອຊາດ ຫວຽດນາມ ເກືອບ 100 ຄົນ ທີ່ມາຈາກ 20 ປະເທດໃນໂລກ.
ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ພູມ​ປັນ​ຍາ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ເພື່ອປະ​ເທດ ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ເວທີປາໄສ ຖືກຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ຝລັ່ງ  (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານຖັງ ໄດ້ເນັ້ນໜັກວ່າ ມີຫຼາຍກອບນິຕິກຳ ແລະ ເຄື່ອງມືນະໂຍບາຍສຳຄັນ ໄດ້ຮັບການສ້າງຂຶ້ນ ແລະ ປະຕິບັດເພື່ອອຳນວຍຄວາມສະດວກໃຫ້ແກ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມການພັດທະນາປະເທດຊາດໃນບັນດາຂົງເຂດທີ່ເໝາະສົມກັບແຫຼ່ງກຳລັງຂອງປະຊາຄົມ.

              ໃນສອງວັນດຳເນີນເຫດການ, ບັນດານັກປະຖະກະຖາ ເຊິ່ງເປັນນັກຊ່ຽວຊານ, ນັກວິທະຍາສາດທີ່ດີເດັ່ນໃນຫຼາຍຂົງເຂດໄດ້ພ້ອມກັນແລກປ່ຽນ, ປຶກສາຫາລື, ແບ່ງປັນທັດສະນະໃນການເຊື່ອມຕໍ່ແຫຼ່ງກຳລັງ ເພື່ອແນໃສ່ຍົກລະດັບທີ່ຕັ້ງຂອງ ຫວຽດນາມ ໃນແຜນທີ່ເສດຖະກິດ, ພູມີສາດການເມືອງໂລກ. ທ່ານ ຮ່າເຢືອງມິງ, ຜູ້ອຳນວຍການຄົ້ນຄວ້າ ຂອງສູນຄົ້ນຄວ້າແຫ່ງຊາດ ຝລັ່ງ ແບ່ງປັນວ່າ:        

              “ພວກເຮົາໄດ້ເຫັນປະຈັກຕາຫຼາຍຜົນງານດ້ານເສດຖະກິດຂອງ ຫວຽດນາມ ໃນຮອບເວລາ 30 ປີຜ່ານມາ. ພວກເຮົາໄດ້ມີການຫັນປ່ຽນຈາກປະເທດທຸກຍາກເປັນປະເທດທີ່ມີລາຍຮັບປານກາງ. ແລະ ນີ້ແມ່ນຈຸດເວລາມຸ່ງໄປເຖິງການກາຍເປັນປະເທດວັດທະນາຖາວອນ, ຮັ່ງມີ. ເພື່ອເຮັດໄດ້ສິ່ງນັ້ນ, ພວກເຮົາຕ້ອງສຸມໃສ່ຂົງເຂດພະລັງງານສະອາດ, ພະລັງງານແຮງລົມ, ລົດໄຟຟ້າ, ແບັດເຕີລີໄຟຟ້າ. ນີ້ແມ່ນບັນດາຂົງເຂດທີ່ນອນໃນມາດຕະການພັດທະນາເພື່ອກາຍເປັນປະເທດຮັ່ງມີໃນປີ 2050”.

ແອັງຕວັນ - ແມ້ງຮ່າ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ