ເຫດການຫວຽດນາມຢູ່Kanagawaຮັດແຫນ້ນນ້ຳໃຈມິດຕະພາບຫວຽດນາມ-ຍີ່ປຸ່ນ

 ເຫດການຫວຽດນາມຢູ່Kanagawaຮັດແຫນ້ນນ້ຳໃຈມິດຕະພາບຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​
ຫວຽດ​ນາມ ຟ້າມ​ບີງ​ມີງ ກ່​່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ເຫດ​ການ​ຫວຽດ​ນາມ

(vovworld)- ​ ​ວັນ​ທີ 18/9, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ຄະ​ນ​ະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ແຂວງ Kanagawa ແລະ ເຂົ້າ​ຮ່ວມ​ພິ​ທີ ໄຂ “ເຫດ​ການ ຫວຽດ​ນາມ ຢູ່ Kanagawa ດ້ວຍ​ຫົວ​ຂໍ້​ວ່າ: “ເພື່ອ​ປະ​ເທດ​ຫວຽດ​ນາມ ໃນ​ພາຍ​ພາກ​ຫນ້າ”. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ເຈົ້າ​ຄອງ​ແຂວງ Kanagawa, ທ່ານ Kuroiwa Yuji ເນັ້ນ​ຫນັກ​ວ່າ ເຫດ​ການ​ຫວຽດ​ນາມ ຢູ່ Kanagawa ແມ​່ນ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ໄມ​ຕິ​ຈິດ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ສອງ​ປະ​ເທດ ກໍ​ຄື ລະ​ຫວ່າງ Kanagawa ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ຊີ້​ແຈ້ງວ່າ:

        “ເຫດ​ການ​ຫວຽດ​ນາມ ຢູ່ Kanagawa ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫລາຍ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ນັກ​ສິ​ລະ​ປິນ​ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ຢາກ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ຍີ່​ປຸ່ນ ແລະ ແຂວງ Kanagawa ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ເຫດ​ການ​ຫວຽດ​ນາມ ຢູ່ Kanagawa ດ້ວຍ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຢ່າງບໍ່​ພຽງ​ແຕ່​ນຳ​ມາ​ໃຫ້​ປະ​ຊາ​ຊົນ ຍີ່​ປຸ່ນ ແລະ ແຂວງ Kanagawa ບ​ັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ຂອງບ​ັນ​ດາ​ເຂດ​ພາກ​ຢູ່​ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເສີມ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ນັບ​ມື້​ສະ​ຫນິດ​ແຫນ້ນ​ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ