ເຫດຍິງປືນທີ່ໂບດກາໂຕລິດຢູ່ ບວກກີນາຟາໂຊ ເຮັດໃຫ້ມີຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ
(VOVWORLD) - ວັນທີ 12 ພຶດສະພາ, ບັນດາມືປືນທີ່ຍັງບໍ່ທັນຮູ້ຊື່ ໄດ້ຍິງປືນໃສ່ສາສະນິກກະຊົນທີ່ ພວມທຳພິທີກຳໂບດກາໂຕລິກ ຢູ່ເທດສະບານ Dablo, ທາງພາກເໜືອ ບວກກີນາຟາໂຊ, ເຮັດໃຫ້ຢ່າງໜ້ອຍສຸດມີ 6 ຄົນເສຍຊີວິດ, ໃນນັ້ນມີທັງຄຸນພໍ່.
ເຫດບຸກໂຈມຕີເກີດຂຶ້ນໃນຂະນະທີ່ບັນດາສາສະນິກກະຊົນພວມເຂົ້າຮ່ວມພິທີກຳທາງສາສະໜາ.
ນັບແຕ່ຕົ້ນປີມາຮອດປັດຈຸບັນ, ບັນດາເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນເປັນຫລາຍຄັ້ງ, ພິເສດແມ່ນຢູ່ພາກເໜືອ, ເຮັດໃຫ້ລັດຖະບານ ບວກກີນາຟາໂຊ ຕ້ອງປະກາດສະພາວະສຸກເສີນຢູ່ບາງແຂວງທີ່ມີຊາຍແດນຕິດກັບ ມາລີ.