ເຫດບຸກໂຈມຕີ ຢູ່ມົດສະກູ: ຜູ້ຕ້ອງສົງໃສ 4 ຄົນໃນເຫດຍິງປືນຖືກຜູກໂທດຖານກໍ່ການຮ້າຍ

(VOVWORLD) -   ຕາມຖະແຫຼງການຈາກສານເມືອງ Basmanny ຢູ່ ມົດສະກູ ໃຫ້ຮູ້ວ່າ: ທັງ 4 ຜູ້ຕ້ອງສົງໃສລ້ວນແຕ່ອາດຈະຕ້ອງປະເຊີນໜ້າກັບໂທດຈຳຄຸກຕະຫຼອດຊີວິດ. ໜຶ່ງໃນຈຳນວນ 4 ຄົນດັ່ງກ່າວໄດ້ຍອມຮັບວ່າແມ່ນພົນລະເມືອງ ຕັດຈິກິດສະຖານ.
ເຫດບຸກໂຈມຕີ ຢູ່ມົດສະກູ: ຜູ້ຕ້ອງສົງໃສ 4 ຄົນໃນເຫດຍິງປືນຖືກຜູກໂທດຖານກໍ່ການຮ້າຍ - ảnh 1ກຳລັງປ້ອງກັນຄວາມສະຫງົບທີ່ສະຖານທີ່ເກີດເຫດ
(ພາບ:TTXVN )

ວັນທີ 24 ມີນາ, 4 ໃນຈຳນວນ ຜູ້ຕ້ອງສົງໃສ 11 ຄົນກ່ຽວຂ້ອງເຖິງເຫດບຸກໂຈມຕີໃສ່ໂຮງລະຄອນ Crocus City Hall ຢູ່ເຂດຊານນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ), ເຮັດໃຫ້ຢ່າງໜ້ອຍສຸດ 137 ຄົນເສຍຊີວິດໃນວັນທີ 22 ມີນາ, ຖືກຜູກໂທດຖານກໍ່ການຮ້າຍ.

        ຕາມຖະແຫຼງການຈາກສານເມືອງ Basmanny ຢູ່ ມົດສະກູ ໃຫ້ຮູ້ວ່າ: ທັງ 4 ຜູ້ຕ້ອງສົງໃສລ້ວນແຕ່ອາດຈະຕ້ອງປະເຊີນໜ້າກັບໂທດຈຳຄຸກຕະຫຼອດຊີວິດ. ໜຶ່ງໃນຈຳນວນ 4 ຄົນດັ່ງກ່າວໄດ້ຍອມຮັບວ່າແມ່ນພົນລະເມືອງ ຕັດຈິກິດສະຖານ. ຜູ້ຕ້ອງສົງໃສຈະ 4 ຄົນຖືກກັກຂັງຊົ່ວຄາວຮອດວັນທີ 22 ພືດສະພາ, ແຕ່ອາດຈະດົນກ່ວານັ້ນໂດຍອີງໃສ່ເວລາກຳນົດວັນພິພາກສາ.

        ຕາມຖະແຫຼງການ, 3 ໃນຈຳນວນ ຜູ້ຕ້ອງສົງໃສ 4 ຄົນດັ່ງກ່າວໄດ້ຍອມຮັບສາລະພາບໂທດ. ໃນຂະນະນັ້ນ, ບັນດາອົງການກ່ຽວຂ້ອງຂອງລັດເຊຍ ໃຫ້ຮູ້ວ່າຈຳນວນຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນສູງກ່ວາຕົວເລກ 137 ຄົນຕາມທີ່ໄດ້ປະກາດກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ