ເຫດບຸກໂຈມຕີກໍ່ການຮ້າຍຢູ່ສະຖານີລົດໄຟໃຕ້ດິນ St Petersburg ເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ
ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດ ແລະ ເກືອບ 50 ຄົນຖືກຮັບບາດເຈັບ
ໃນເຫດລະເບີດແຕກຢູ່ສະຖານີລົດໄຟ St Petersburg
(ພາບ: AFP/TTXVN)
(vovworld) - ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດ ແລະ ເກືອບ 50 ຄົນຖືກຮັບບາດເຈັບ ໃນເຫດລະເບີດແຕກຢູ່ສະຖານີລົດໄຟ St Petersburg, ໃນຕອນບ່າຍວັນທີ 03/04. ຄະນະກຳມະການສືບສວນສະຫະພັນລັດເຊຍ ຖືເຫດວາງລະເບີດດັ່ງກ່າວແມ່ນການກະທຳກໍ່ການຮ້າຍ ວາງສະເບີດສະຫຼະຊີບ. ປະຈຸບັນ, ອົງການສືບສວນລັດເຊຍ ກຳນົດທີ 2 ເປົ້າໝາຍຖືກສົງໄສກໍ່ໃຫ້ເກີດເຫດວາງລະເບີດດັ່ງກ່າວ ແລະ ພວມຊອກຈັບ. ຕາມນັ້ນແລ້ວ, ເປົ້າໝາຍ ໜຶ່ງໄດ້ຖືກຢັ້ງຢືນວ່າແມ່ນຊາວໜຸ່ມຄົນໜຶ່ງອາຍຸ 23 ປີ, ເຊື້ອຊາດອາຊີກາງ. ເປົ້າໝາຍຜູ້ນີ້ມີສ່ວນກ່ຽວຂ້ອງກັບບັນດາກຸ່ມຊາວມຸດສະລິມຫົວຮຸນແຮງ, ພວມເຄື່ອນໄຫວຢູ່ເຂດດິນແດນລັດເຊຍ. ອຳນາດການປົກຄອງນະຄອນ St Petersburg ປະກາດການໄວ້ທຸກບັນດາຜູ້ຖືກເສຍຊີວິດເປັນເວລາ 3 ວັນ.
ຕໍ່ໜ້າການກະທຳວາງລະເບີດກໍ່ການຮ້າຍດັ່ງກ່າວ, ວັນທີ 03/04, ປະຊາຄົມສາໂລກໄດ້ມີບັນດາການແບ່ງເປົາຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມສາມັກຄີກັບປະຊາຊົນລັດເຊຍ. ໃນແຈ້ງການໜຶ່ງ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວຜູ້ປະສົບເຄາະຮ້າຍ, ກໍຄືປະຊາຊົນ ແລະ ລັດຖະບານລັດເຊຍ. ສະພາຄວາມໝັ້ນຄົງສະຫະປະຊາຊາດເນັ້ນໜັກວ່າ, ຕ້ອງນຳເອົາຕົວການ, ບັນດາຜູ້ວາງແຜນ, ກໍ່ຄືເປົ້າໝາຍອຸປະຖຳໃຫ້ບັນດາການກະທຳກໍ່ການຮ້າຍຂຶ້ນສານດຳເນີນຄະດີ.
ແລະກໍ່ໃນວັນດຽວກັນ, ສະຫະພາບເອີລົບ, ອາເມລິກາ, ແດນມາກ ກໍ່ໄດ້ແບ່ງເປົາຄວາມເສົ້າສະຫຼົດໃຈເຖິງບັນດາຄອບຄົວຜູ້ປະສົບເຄາະຮ້າຍ ແລະ ຫວັງວ່າ ບັນດາຜູ້ຮັບບາດເຈັບຈະຟື້ນຟູສຸຂະພາບໂດຍໄວ.
ໂດຍໄດ້ຮັບຂ່າວກ່ຽວກັບເຫດວາງລະເບີດໃນວັນທີ 3/4 ຢູ່ສະຖານີລົດໄຟ St Peterburg, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສົ່ງໂທລະເລກໂດຍແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ ສະຫະພັນລັດເຊຍ V. Putin