ສະຖານທີ່ເກີດເຫດຢູ່ Nowshera. (ພາບ: AP)
(vovworld) - ຢ່າງຫນ້ອຍສຸດກໍ່ມີ 5 ຄົນເສຍຊີວິດ ແລະ 20 ຄົນຖືກບາດເຈັບໃນການວາງລະເບີດທີ່ເກີດຂຶ້ນເມື່ອຕອນບ່າຍວັນທີ 28/10 ຢູ່ນະຄອນຫຼວງ Nowshera, ທີ່ຂຶ້ນກັບແຂວງ Khyber Pakhthunkhwa, ທາງທິດຕາເວັນຕົກສ່ຽງເໜືອ Pakistan. ຕຳຫຼວດທ້ອງຖີ່ນໃຫ້ຮູ້ວ່າເຫດວາງລະເບີດໄດ້ເກີດຂຶ້ນຢູ່ທາງເຂົ້າວິຫານ Kaka Saheb ໃນຂະນະທີ່ມີຫຼາຍຄົນມາທຳພິທີ Eid - al – Adha ຢູ່ວິຫານແຫ່ງດັ່ງກ່າວ. ປະຈຸບັນຍັງບໍ່ທັນມີອົງການຈັດຕັ້ງໃດໆຮັບຜິດຊອບຕໍ່ເຫດວາງລະເບີດນີ້ເທື່ອ, ແຕ່ຕາມແຫຼ່ງຂ່າວຈາກຝ່າຍຕາເວັນຕົກ, ບັນດາມືປືນ Taliban ແລະ Al Qeada ເຄີຍເລືອກເອົາວິຫານແມ່ນເປົ້າໝາຍບຸກໂຈມຕີ ຄືດັ່ງສ່ວນໜຶ່ງໃນບັ້ນຮົບຄັດຄ້ານຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງ Pakistan.