ເຫດວາງລະເບີດຢູ່ແບດແດດ,ປະເທດອີຣັກ,ກ່ວາ90ຄົນຖືກເສຍຊີວິດແລະຮັບບາດເຈັບ

ເຫດວາງລະເບີດຢູ່ແບດແດດ,ປະເທດອີຣັກ,ກ່ວາ90ຄົນຖືກເສຍຊີວິດແລະຮັບບາດເຈັບ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ
(ພາບ: vietnamplus.vn)

(vovworld) – ​ວັນ​ທີ 11/10, ຢ່າງ​ໜ້ອຍ​ສຸດ​ມີ 38 ຄົນ​ເສຍ​ຊີ​ວິດ ແລະ 54 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ 3 ຄັ້ງ​ເພື່ອ​ແນ​ໃສ່​ບັນ​ດາ​ເຂດ​ຂອງ​ຊາວ ມຸດ​ສະ​ລິມ ນິ​ກາຍ Shi’ite ຢູ່​ນະ​ຄອນຫຼວງ ແບດ​ແດດ. ຕຳຫຼວດ​ໃຫ​້​ຮູ້​ວ່າ: ລົດ​ຄັນ​ໜຶ່ງ​ໄດ້​ບັ​ນ​ຈຸ​​ລູກລະ​ເບີດ​ໄດ້​​ລະ​ເບີດ​ຂຶ້ນ​ຢູ່​ປ້ອມກວດ​ກາ​ຂອງ​ຕຳຫຼ​ວດ​ຢູ່ Kadhimiyah, ພາກ​ຕິດ​ຕາ​ເວັນ​ຕົກ ແບ​ດ​ແດດ ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ. ເຫດ​ວາງ​ລະ​ເບີດອີກ 2 ຄັ້ງ​ກໍ່​ເກີດ​ຂຶ້ນ​ຄ້າຍ​ຄື​ກັນ​ຢູ່​ເຂດ​ຊຸມ​ຊົນ​ທີ່​ຄ​ັບ​ຄາ​ໜາ​ແໜ້ນ ແລະ ຢູ່​ປ້ອມກວດ​ກາ​ຄວາມ​ສະ​ຫງົບ​ຢູ່​ເມືອງ Shoala, ເຮັດ​ໃຫ້ 25 ຄົນ​ເສຍ​ຊີ​ວິດ ແລະ ອີກ 23 ຄົນ​ຖືກ​ຮັບ​ບາດ​ເຈັບ ແລະ ຮ້ານ​ຂາຍ​ເຄື່ອງຫຼາຍ​ຮ້ານ ແລະ ລົດ​ໂອ​ໂຕຫຼາຍ​ຄັນ​ຖືກ​ເປ​ເພ. ປະ​ຈຸ​ບັນ, ບໍ່​ມີ​ກຸ່ມ​ໃດ​ກ່າວ​ຮັບ​ຜິດ​ຊອບກໍ່​ໃຫ້​ເກີດ​ເຫດ​ການ​ດັ່ງ​ກ່າວ. ຕາມ​ຕົວ​ເລກ​ຂອງ ສ​ປ​ຊ ແລ້ວ, ໄລ່​ສະ​ເພາະ​ໃນ​ເດືອນ 9, ມີ​ຜູ້​ເສຍ​ຊີ​ວິດ 1.110 ຄົນ​ໃນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຄັ້ງ​ຕ່າງ​ໆ​ໃນ​ທົ່ວ​ປະ​ເທດ ອີ​ຣັກ.

 


ຂ່າວ/ບົດ​ອື່ນ