ເຫດວາງສະເບີດສະຫຼະຊີບດ້ວຍລົດໂອໂຕທີນອງເລືອດຢູ່ອາບການິດສະຖານ
(ພາບປະກອບ: fitnhit.com)
(vovworld) - ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ ແລະ ກວ່າ 20 ຄົນຮັບບາດເຈັບ ໃນເຫດວາງລະເບີດສະຫຼະຊີບດ້ວຍລົດໂອໂຕ ຢູ່ໃກ້ກັບປ້ອມຕຳຫຼວດຢູ່ Lashkar Gah, ເມືອງເອກ Helmand, ຫ່າງຈາກນະຄອນຫຼວງ Kabul ຂອງອາບການິດສະຖານ ໄປທາງທິດໃຕ້ປະມານ 555 ກ.ມ. ແຫຼ່ງຂ່າວປ້ອງກັນຄວາມສະຫງົບແຂວງ Helmand ໂດຍບໍ່ເຜີຍຊື່ ໄດ້ຢືນຢັນເຫດບຸກໂຈມຕີດັ່ງກ່າວແມ່ນສ່ວນໜຶ່ງໃນບັ້ນຮົບບຸກໂຈມຕີສົມທົບຂອງຕາລີບານ ເມື່ອກຳລັງນີ້ພວມຊອກຫາວິທີຢືດຄອງນະຄອນ Lashkar Gah. ແຕ່ວ່າ, ກຳລັງປ້ອງກັນຄວາມສະຫງົບອາບການິດສະຖານ ພວມມານະພະຍາຍາມຍູ້້ບັນດາການບຸກໂຈມຕີຂອງ ຕາລີບານ ໃຫ້ຖອຍໄປ. ຜູ້ເສຍຊີວິດສ່ວນຫຼາຍແມ່ນພາລະກອນຕຳຫຼວດ ແລະ ຄາດວ່າຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບອາດຈະເພີ່ມຂຶ້ນ. ປະຈຸບັນກຳລັງທີ່ກ່ຽວຂ້ອງພວມດຳເນີນການສືບສວນເຫດການ. ແລະກໍໃນວັນດຽວກັນ, ຕາລີບານໄດ້ບຸກຕີຢືດຄອງປ້ອມກວດກາຄວາມສະຫງົບຈຳນວນໜຶ່ງ ພາຍຫຼັງການບຸກໂຈມຕີຢ່າງຮຸນແຮງໃສ່ບັນດາເມືອງທາງທິດຕາເວັນອອກຂອງນະຄອນ Lashkar Gah.