ເຫດເຮືອບິນ ເອລີກອບເຕີ ຕົກ ຢູ່ ເນປານ: ຜູ້ໂດຍສານ ແລະ ນັກບິນເສຍຊີວິດທັງໝົດ
(VOVWORLD) - ທັງ 6 ຄົນ, ໃນນັ້ນ ມີຊາວ ເມກຊີໂກ 5 ຄົນ ໄດ້ເສຍຊີວິດໃນເຫດອຸປະຕິເຫດເຮືອບິນເອລີກອບເຕີຕົກຢູ່ເຂດໃກ້ກັບຈອມພູ Everest ຢູ່ ເນປານ, ໃນວັນທີ 11 ກໍລະກົດ.
ອຸປະຕິເຫດເຮືອບິນເອລີກອບເຕີຕົກຢູ່ເຂດໃກ້ກັບຈອມພູ Everest ຢູ່ ເນປານ ໃນວັນທີ 11 ກໍລະກົດ (ພາບ: AFP/TTXVN) |
ເຮືອບິນ ເອລີກອບເຕີ ການຄ້າເອກະຊົນ, ໂດຍບໍລິສັດ Manang Air ບໍລິຫານ, ມັກຂົນສົ່ງແຂກທ່ອງທ່ຽວທີ່ຢາກຊົມທັດສະນີຍະພາບຂອງປະເທດຊາດ ຈາກຍອດພູສູງ, ລວມມີຍອດພູ Everest ເຊິ່ງເປັນຍອດພູສູງສຸດໃນໂລກ. ກ່ອນທີ່ເກີດອຸປັດຕິເຫດດັ່ງກ່າວ, ເຮືອບິນລຳດັ່ງກ່າວໄດ້ເລີ່ມບິນແຕ່ເທດສະບານເມືອງ Surke, ຂຶ້ນກັບເມືອງ Solukhunvhu ແລ້ວຂາດສັນຍານຕິດຕໍ່ພາຍຫຼັງບິນຂຶ້ນໄດ້ປະມານ 15 ນາທີ. ຫຼັງຈາກນັ້ນ, ຊາວທ້ອງຖິ່ນກໍພົບເຫັນສິ້ນສ່ວນຂອງເຮືອບິນດັ່ງກ່າວ ຕົກຢູ່ບ້ານ Lamjura, ເມືອງ Solukhunvhu./.