ພາບປະກອບຈາກUSGS
|
(vovworld) – ວັນທີ 22/11, ອົງການອຸຕຸນິຍົມ ຍີ່ປຸ່ນ ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດແຜ່ນດິນໄຫວມີຄວາມແຮງ 7,4 ອົງສາຣິດເຕີ ຢູ່ພາກຕາເວັນອອກພາກເໜືອຂອງປະເທດນີ້, ຄື້ນຟອງຍັກສູງກ່ວາ 1 ເມັດໄດ້ເກີດຂຶ້ນຢູ່ແຂວງ Miyagi ແລະ ບັນດາເຂດຢູ່ແຄມທະເລປາຊີຟິກ. ນີ້ແມ່ນເຫດແຜ່ນດິນໄຫວດ້ວຍຄວາມແຮງກ່ວາ 7 ອົງສາຣິດເຕີເກີດຂຶ້ນຄັ້ງທຳອິດຢູ່ ຍີ່ປຸ່ນ ນັບແຕ່ເດືອນ 7/2014. ຕາມອົງການດັ່ງກ່າວແລ້ວ, ຄື້ນຟອງສູງ 1,4 ເມັດ ໄດ້ເກີດຂຶ້ນຢູ່ທ່າກ່ຳປັ່ນ Sendai ຂອງແຂວງ Miyagi ໃນເວລາ 8ໂມງ 03 ນາທີ ຕາມເວລາທ້ອງຖິ່ນ ( 6 ໂມງ 3 ນາທີຕາມເວລາ ຫວຽດນາມ), ໃນຂະນະທີ່ບັນດາເຂດແຄມທະເລຢູ່ Fukushima ແລະ Ibaraki ໄດ້ເຫັນປະຈັກຕາບັນດາຄື້ນນ້ອຍກ່ວາ. ກຳລັງກູ້ໄພກູ້ຊີບໄດ້ໃຫ້ຮູ້ວ່າ ມີບາງຄົນຖືກຮັບບາດເຈັບຢູ່ Fukushima.
ເມື່ອຕອບສຳພາດທີ່ການປະຊຸມຂ່າວຢູ່ນະຄອນຫຼວງ Buneos Aires (ປະເທດ ອັງຊັງຕີງ), ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ: ລັດຖະບານຈະຕີລາຄາຄວາມເສຍຫາຍໂດຍເຫດແຜ່ນດິນໄຫວກໍ່ຂຶ້ນ ແລະ ສະໜອງຂໍ້ມູນຂ່າວທີ່ຈຳເປັນໃຫ້ແກ່ປະຊາຊົນ. ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ສົ່ງເຮືອບິນເຖິງບັນດາເຂດຖືກຜົນສະທ້ອນເພື່ອກວດກາສະພາບຄວາມເສຍຫາຍ.