ເຫດແຜ່ນດິນໄຫວຢູ່ຍີ່ປຸ່ນເຮັດໃຫ້ມີຜູ້ເສຍຊີວິດແລະຮັບບາດເຈັບນັບ
(ພາບ: AFP/TTXVN)
(vovworld) - ຕອນເຊົ້າວັນທີ 15/04 ບັນດາເຈົ້າໜ້າທີ່ທ້ອງຖິ່ນ ຍີ່ປຸ່ນ ໄດ້ຮັບຮູ້ວ່າຢ່າງໜ້ອຍສຸດກໍ່ມີຜູ້ເສຍຊີວິດ 9 ຄົນ ແລະ ຮັບບາດເຈັບນັບຮ້ອຍຄົນໃນເຫດແຜ່ນດິນໄຫວມີຄວາມແຮງ 6,5 richte ທີ່ເກີດຂຶ້ນໃນຕອນຄ່ຳວັນທີ 14/04 ຢູ່່ເກາະ Kyushu (Kiu-siu) ທາງທິດຕາເວັນຕົກສ່ຽງໃຕ້ປະເທດນີ້. ເຫດແຜ່ນດິນໄຫວນີ້ ກໍ່ເຮັດໃຫ້ເຮືອນຊານຫລາຍຫລັງຖືກເປ່ເພ ແລະ ເກີດໄຟໄໝ້ຢູ່ບາງບ່ອນ. ໄລ່ຮອດເວລາ 5 ໂມງເຊົ້າວັນທີ 15/04 ຕາມເວລາທ້ອງຖິ່ນ, ຢ່າງໜ້ອຍສຸດກໍ່ມີ 765 ຄົນຕ້ອງປິ່ນປົ່ວພະຍາດຍ້ອນຖືກຮັບບາດເຈັບ, ໃນນັ້ນມີ 53 ຄົນຖືກເຈັບໜັກ. ມີປະຊາຊົນປະມານ 44.400 ຄົນຍົກຍ້າຍໄປອາໄສຊົ່ວຄາວຢູ່ສະຖານທີອື່ນໆ 500ແຫ່ງໃນ ເມືອງ Kumamoto. ກຳລັງກູ້ໄພກູ້ຊີບໄດ້ເຮັດວຽກຕະຫລອດວັນ ແລະ ຄືນເພື່ອຊອກຫາບັນດາຄົນທີ່ຍັງຄ້າງ ໄວ້ໃນເຂດເຮືອນຊານທີ່ຖືກເປ່ເພ ນອກນັ້ນ, ພະນັກງານດັບເພີງກໍ່ຖືກສົ່ງມາເພື່ອດັບເພີງຢູ່ບາງແຫ່ງໂດຍແຜ່ນດິນໄຫວກໍ່ຂຶ້ນ.