ເອກອັກຄະລັກຖະທູດ ອີຕາລີ ສິນສຸດ ປະຕິບັດໜ້າທີການທູດ ຢູ່ຫວຽດນາມ
(ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ
ຕ້ອນຮັບ ທ່ານເອກອັກຄະລັກຖະທູດ ອີຕາລີ)
(vovworld) - ໃນຕອນແລງວັນທີ 02/03 ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັກຖະທູດ ອີຕາລີ Lorenzo Angeloni ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີການທູດຢູ່ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ຖືວ່າ ລັດຖະບານ 2 ປະເທດຄວນສືບຕໍ່ມານະພະຍາຍາມ ຊຸກຍູ້ພົວພັນຄູ່ຮ່ວມມືຍຸດທະສາດ 2 ປະເທດໃຫ້ພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນໃນໄລຍະຕໍ່ໄປ. ຄຽງຂ້າງນັ້ນ, 2 ຝ່າຍສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນທີບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ກໍຄືເພີ່ມທະວີການ ແລກປ່ຽນ, ປຶກສາໃນບັນດາບັນຫາທີທັງ 2 ຝ່າຍຕ່າງກໍ່ມີຄວາມສົນໃຈ. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ ຂອງທ່ານ ເອກອັກຄະລັກຖະທູດ Lorenzo Angeloni ໃນການຊຸກຍູ້ການພົວພັນ 2 ຝ່າຍ ແລະ ສະແດງຄວາມປາດຖະໜາ, ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານເອກອັກຄະລັກຖະທູດຈະສືບຕໍ່ເອົາໃຈໃສ່ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນລະຫວ່າງສອງປະເທດກວ່າອີກ.