ເອກອັກຄະລັດຖະທູດ ຈີນ ຕີລາຄາສູງການຮ່ວມມືຂອງ ອາຊຽນ ໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19
(VOVWORLD) -ທ່ານ ເຕິ້ງຊີ່ຈູ່ ເອກອັກຄະລັດຖະທູດ ຈີນ ປະຈຳ ອາຊຽນ ໄດ້ຕີລາຄາສູງການຮ່ວມມືຂອງ ອາຊຽນ ໃນຕໍ່ສູ້ປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19, ກໍ່ຄືຊຸກຍູ້ການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19.
ໃນບົດຂຽນດ້ວຍຫົວເລື່ອງ “ຮ່ວມມືຍົກລະດັບການພົວພັນ ອາຊຽນ-ຈີນ” ໄດ້ເອົາລົງກ່ອນດຳເນີນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM53) ແລະ ບັນດາກອງປະຊຸມກ່ຽວຂ້ອງ, ທ່ານ ເຕິ້ງຊີ່ຈູ່ ຖືວ່າ ຈີນ ແລະ ອາຊຽນ ແມ່ນໜຶ່ງໃນບັນດາກຳລັງໜູນຕົ້ນຕໍຂອງການຮ່ວມມື ອາຊີຕາເວັນອອກ ແລະ ສິ່ງດັ່ງກ່າວໄດ້ສະແດງຜ່ານການຕໍ່ສູ້ລວມໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19ໃນບັນດາຊຸມເດືອນຫວ່າງມໍ່ໆມານີ້.
ກໍ່ຕາມທ່ານ ເຕິ້ງຊີ່ຈູ່ ແລ້ວ, ຈີນ ກັບບັນດາປະເທດ ອາຊຽນ ໄດ້ຕັ້ງໜ້າຊອກຮູ້ກ່ຽວກັບການສ້າງຕັ້ງບັນດາເຄື່ອຂ່າຍ “ກົນໄກບຸລິມະສິດ” ລະຫວ່າງ ຈີນ ກັບ ອາຊຽນ ແລະ ຢູ່ພາກພື້ນ ອາຊີຕາເວັນອອກເວົ້າລວມ. ສອງຝ່າຍກໍ່ພວມພ້ອມກັນສ້າງເຄື່ອຂ່າຍການເງິນພາກພື້ນທີ່ປອດໄພແນໃສ່ລະບົບສະໜອງ ແລະ ອຸດສາຫະກຳກໍ່ຄືຂົງເຂດການເງິນໃຫ້ເປັນປົກກະຕິ.