ເອກອັກຄະລັດຖະທູດ ອັງກິດ ປະຈໍາ ອາເມລິກາ ລາອອກຈາກຕໍາແໜ່່ງ ພາຍຫຼັງຖືກທ່ານປະທານາທິບໍດີ Donald Trump ຕໍາໜິຕິຕຽນ

(VOVWORLD) -  ທ່ານເອກອັກຄະລັດຖະທູດອັງກິດ ປະຈໍາ ອາເມລິກາ Kim Darroch ໄດ້ລາອອກຈາກຕໍາແໜ່ງ ພາຍຫຼັງຖືກທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍາໜິຕິຕຽນ ໃນສອງສາມວັນຜ່ານມາ.

       ແຫຼ່ງຂ່າວດັ່ງກ່າວ ໂດຍຫ້ອງການພົວພັນຕ່າງປະເທດ ສັງກັດ ລັດຖະບານ ອັງກິດ ປະກາດໃນວັນທີ 10 ກໍລະກົດ.

        ທ່ານເອກອັກຄະລັດຖະທູດອັງກິດ ປະຈໍາ ອາເມລິກາ Kim Darroch ແມ່ນໜຶ່ງໃນບັນດານັກການທູດແຖວໜ້າຂອງອັງກິດ. ຜ່ານບັນດາໂທລະເລກປິດລັບ ກໍຄືບັນດາບົດລາຍງານກ່ຽວກັບສະພາບການທາງການເມືອງຢູ່ ອາເມລິກາ, ໂດຍສະເພາະແມ່ນ ທໍານຽບຂາວ, ທ່ານ Kim Darroch ໄດ້ກ່າວເຕືອນວ່າ ທໍານຽບຂາວ ຍາມໃດກໍຢູ່ໃນສະພາບການສັບສົນວຸ້ນວາຍ ແລະ ທ່ານປະທານາທິບໍດີ Donald Trump ຈະສິ້ນສຸດພາລະກິດຂອງຕົນດ້ວຍຄວາມບໍ່ຄືດັ່ງຄວາມຫວັງ. ຕາມແຫຼ່ງຂ່າວຈາກ ໜັງສືພິມ Dailu Mail ຂອງ ອັງກິດ ແລ້ວ, ເອກະສານດັ່ງກ່າວ ໄດ້ຍົກໃຫ້ເຫັນລາຍລະອຽດບັນດາການຕີລາຄາຂອງທ່ານ Kim Darroch ກ່ຽວກັບອໍານາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ນັບແຕ່ປີ 2017 ມາຮອດປັດຈຸບັນ. ບັນດາຂໍ້ມູນຖືກຮົ່ວໄຫຼນັ້ນ ກະຊວງການຕ່າງປະເທດອັງກິດໄດ້ຢັ້ງຢືນ ແລະ ຖືກທ່ານປະທານາທິບໍດີ Donald Trump ຕໍາໜິຕິຕຽນຢ່າງແຮງ. ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ຈະບໍ່ມີການຕິດຕໍ່ພົວພັນກັບທ່ານ Kim Darroch ອີກ.

ຟ້າມຮວັນ, ນັກຂ່າວ VOV ປະຈໍາ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ