ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມເຂົ້າຢ້ຽມອຳລານາຍົກລັດຖະມົນຕີຫວຽດນາມ
(VOVWORLD) -ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Parvathaneni Harish ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນຍຸດການປະຕິບັດງານທາງການທູດຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ
ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Parvathaneni Harish ເຂົ້າຢ້ຽມອຳລາ
(ພາບ: VGP)
|
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ, ອິນເດຍ ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ໝາກໄມ້ຫວຽດນາມ ຈຳໜ່າຍຢູ່ຕະຫຼາດອິນເດຍ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນອິນເດຍ. ດ້ວຍໝາກຜົນການຮ່ວມມືອັນດີງາມໃນຂົງເຂດປ້ອງກັນປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ປະເທດສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດດັ່ງກ່າວໃນໄລຍະຈະມາເຖິງ.
ສ່ວນທ່ານເອກອັກຄະລັດຖະທູດອິນເດຍ Parvathaneni Harish ປາດຖະໜາວ່າ 2 ປະເທດສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ, ໃນນັ້ນມີເລື່ອງຊຸກຍູ້ການຈຳໜ່າຍຜະລິດຕະພັກະເສດ, ໝາກໄມ້ຂອງຫວຽດນາມ.