ເອດີບີ ສະໜອງທຶນ 12 ລ້ານໂດລາ ເຂົ້າໃນວຽກງານສຸຂະພາບ
ພິທີລົງນາມລະຫວ່າງ 2 ຝ່າຍ
(ພາບ: ADB.Org)
|
(vovworld) - ຕາມໜັງສືພິມ ວຽງຈັນໃໝ່, ທະນາຄານ ພັດທະນາອາຊີ (ເອດີບີ) ຮ່ວມກັບລັດຖະບານ ແຫ່ງ ສປປ ລາວ ເຊັນສັນຍາທຶນກູ້ຢືມ ແລະ ທຶນຊວ່ຍເຫຼືອລ້າ ລວມມູນຄ່າ 12 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການຮັກສາຄວາມປອດໄພດ້ານສຸຂະພາບໃນ ສປປ ລາວ ແລະ ອະນຸພາກພື້ນແມ່ນ້ຳຂອງ ທຶນດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ເພື່ອຍົກລະດັບການຄວບຄຸມພະຍາດຊຶມເຊື້ອທີ່ເກີດຂຶ້ນໃໝ່ ເປັນຕົ້ນ ພະຍາດອັກເສບລະບົບຫາຍໃຈຮຸນແຮງ ຫຼື ພະຍາດຊາ ແລະ ໄຂ້ຫວັດສັດປີກ ພ້ອມທັງປັບປຸງການບໍລິການຂອງບັນດາໂຮງໝໍຕ່າງໆໃນ 12 ແຂວງ ໃນຂອບເຂດທົ່ວປະເທດ ແລະ ໃນອະນຸພາກພື້ນແມ່ນ້ຳຂອງ ລັດຖະບານແຫ່ງ ສປປ ລາວ ຈະປະກອບສ່ວນທຶນສົມທົບ ມູນຄ່າ 600.000 ໂດລາສະຫະລັດ ເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຊິ່ງຈັດຕັ້ງປະຕິບັດໂດຍກະຊວງສາທາລະນະສຸກ ເປັນເວລາ 5 ປີ ແລະ ຄາດວ່າຈະສຳເລັດພາຍໃນປີ 2022.