ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ປະ​ສົບ​ກັບ​ຄວາມຫຍຸ້ງ​ຍາກ

(VOVWORLD) -ໃນຊຸມວັນນີ້, ບັນດາອົງການ,ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນ ໄດ້ມີການເຄື່ອນໄຫວເອົາໃຈໃສ່ເບິ່ງແຍງດູແລ ບຸນເຕັດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບກັບຄວາມຫຍຸ້ງຍາກ.
ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ປະ​ສົບ​ກັບ​ຄວາມຫຍຸ້ງ​ຍາກ - ảnh 1

ພິທີມອບຂອງຂວັນໃຫ້ແກ່ຜູ້ຮັບເຄາະຮ້າຍຈາກ ທາດພິດສີສົ້ມ ໃນຕອນເຊົ້າວັນທີ 4 ມັງກອນ 2020, ຢູ່ນະຄອນບາກລຽວ (ພາບ: TTXVN)

ເພື່ອແນໃສ່ຮັບປະກັນໃຫ້ແກ່ປະຊາຊົນທຸກຄົນໄດ້ຕ້ອນຮັບບຸນເຕັດຢ່າງຄົບຖ້ວນ,ເບີກບານມ່ວນຊື່ນ ແລະ ອົບອຸ່ນນັ້ນ ການນຳແຂວງ ວີ້ງຟຸ໊ກ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຄະນະ, ຂະແໜງການ ໃນບໍລິເວນ ແຂວງກວດກາຄືນໃໝ່, ສ້າງບັນຊີລາຍຊື່ ຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນເພື່ອເອົາໃຈໃສ່ເບິ່ງແຍງດູແລໃນຍາມບຸນເຕັດ, ປະຕິບັດວຽກງານຂົນຂວາຍໃຫ້ເປັນຢ່າງດີ ແລະ ສົມທົບກັບບັນດາອົງການຈັດຕັ້ງເສດຖະກິດ, ວິສາຫະກິດເພື່ອມີແຫຼ່ງກຳລັງໜູນຊ່ວຍໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວເປົ້າໝາຍນະໂຍບາຍຕື່ມອີກ.

        ແຂວງບາດລຽວໄດ້ສະເໜີຂໍງົບປະມານແຫ່ງລັດ ແລະ ແຫຼ່ງງົບປະມານການໃຊ້ຈ່າຍສູນກາງທີ່ມອບສິດໃຫ້ ຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີເນື່ອງໃນໂອກາດບຸນເຕັດປີຊວດ 2020.

        ຄະນະກຳມະການປະຊາຊົນ ແຂວງ ບິ່ງດິ້ງ ຫາກໍ່ຕົກລົງຈັດແບ່ງງົບປະມານເພື່ອໜູນຊ່ວຍໃຫ້ແກ່ບັນດາ ເມືອງ, ເທດສະບານມອບຂອງຂວັນວັນບຸນເຕັດໃຫ້ແກ່ຄອບຄົວທຸກຍາກ 23.261 ຄອບຄົວໃນບໍລິເວນແຂວງເນື່ອງໃນໂອກາດບຸນເຕັດປີຊວດ 2020.

ຕອບກັບ

ຂ່າວ/ບົດ​ອື່ນ