ເຮືອບິນເອລີກອບແຕການທະຫານຂອງລັດເຊຍຖືກຕົກ,ນັກບິນຄົນໜຶ່ງເສຍຊີວິດ
ເຮືອບິນຕີເອລີກອບແຕ Mi 28N ຖືກຕົກ
(ພາບ: RIA Novosti)
(vovworld) - ວັນທີ 02/08, ເຮືອບິນເອລີກອບແຕຂອງກອງທັບອາກາດລັດເຊຍ ຖືກຕົກໃນການບິນສະແດງ ຕໍ່ໜ້າຜູ້ຊົມນັບໝ່ືນຄົນ. ນີ້ແມ່ນກໍລະນີ້ໃໝ່ສຸດໃນບັນດາເຫດ ເຮືອບິນຕົກຂອງທະຫານລັດເຊຍ. ສື່ມວນຊົນລັດເຊຍ ໃຫ້ຂ່າວວ່າ, ເຮືອບິນຕີເອລີກອບແຕ Mi 28N ພວມເຂົ້າຮ່ວມການສະແດງໃນການເສັງ ໂດຍກະຊວງປ້ອງກັນປະເທດ ຈັດຕັ້ງຢູ່ເຂດ Ryazan ຫ່າງຈາກນະຄອນຫຼວງມົດສະກູ, ໄປທາງທິດຕາເວັນອອກສ່ຽງໃຕ້ 200 ກມ. ຕາມກະຊວງປ້ອງກັນປະເທດລັດເຊຍ ແລ້ວ, ມີນັກບິນຄົນໜຶ່ງເສຍຊີວິດ.