ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ

ແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ - ảnh 1
ກອງປະຊຸມປະຈຳເດືອນພຶດສະພາຂອງລັດຖະບານ
(ພາບ: chinhphudientu)


Vovworld- ​ໂດ​ຍປະຕິ​ບັດມະຕິ​ເລກ​ທີ່ 13 ຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ວິທີ​ການ​ ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ກະຊວງ​ການ​ເງິນ​ຫວຽດນາມ​ໄດ້​ປະຕິບັດ​ການ​ຍົກ​ເວັ້ນ, ຫຼຸດ​ຜ່ອນ​ອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ. ຕາມ​ນັ້ນ​ແລ້ວ, ​ໃນການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ດັ່ງກ່າວ​ເປັນ​ເວລາກ່ວາ 4 ​ເດືອນ ຄື​ແຕ່​ເດືອນ 5/2012 ມາ​ຮອດ​ປະຈຸ​ບັນ, ຂະ​ແໜງ​ສ່ວຍ​ສາ​ອາກອນ​ໄດ້​ຕໍ່​ກຳນົດ​ເວລາ​ເສຍ​ອາກອນມຸນ​ຄ່າ​ເພີ່ມ​ລວມມຸນ​ຄ່າ 9.900 ​ຕື້ດົງ ​ໃຫ້​ແກ່​ວິ​ສາ​ຫະກິດ 200.000 ກ່ວາ​ແຫ່ງ, ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນລາຍ​ຮັບ​ວິ​ສາ​ກະ​ກິດ ໃຫ້​ແກ່​ວິ​ສາ​ຫະກິດ 8.000 ກ່ວາ​ແຫ່ງ ລວມມຸນ​ຄ່າ​ເກືອບ 350 ຕື້​ດົງ. ນອກຈາກ​ນັ້ນ, ຂະ​ແໜງ​ສ່ວຍ​ສາ​ອາກອນ​ຍັງຍົກ​ເວັ້ນອາກອນ​ລວມມຸນ​ຄ່າ 10ຕື້​ກ່ວາ​ດົງ​ສຳລັບ​ປີ 2012 ​​ໃຫ້​ແກ່ 40.000 ກ່ວາ​ຄອບຄົວ​ປະກອບ​ອາຊີບ​ຈັບ​ຫາ​ສັດ​ນ້ຳ ​ແລະ ຜະລິດ​ເກືອ. ທັງ​ນິ້ີ​ໄດ້​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຖືກ​ລົ້ມ​ລະລາຍ,ຍຸບ​ເລີກ ກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ​ເປັນປົກກະຕິ, ຈຳນວນ​ວິ​ສາ​ຫະກິດ​ແຈ້ງ​ລາຍ​ງານ​ມີ​ຜົນ​ກຳ​ໄລ​​, ຄິດ​ສະ​ເລຍໄດ້​ເພີ່ມ​ຂຶ້ນ 3-4%/​ເດືອນ.

ຂ່າວ/ບົດ​ອື່ນ