ແຂກທ່ອງທ່ຽວສາກົນມາຫວຽດນາມ ເກືອບບັນລຸເຖິງຄາດໝາຍທີ່ໄດ້ວາງອອກໃນປີ 2023
(VOVWORLD) - ປັດຈຸບັນທົ່ວຂະແໜງທ່ອງທ່ຽວພວມມານະພະຍາຍາມຍູ້ໄວການຟື້ນຟູ, ເພີ່ມຄວາມໄວໃນການພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນ, ຍືນຍົງ.
ວັນທີ 29 ສິງຫາ ກົມໃຫຍ່ສະຖິຕິ ໄດ້ປະກາດຕົວເລກຫຼ້າສຸດໂດຍໃຫ້ຮູ້ວ່າ ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນເດືອນນີ້ບັນລຸກ່ວາ 1,2 ລ້ານເທື່ອຄົນ. ໄລ່ຮອດເດືອນ ສິງຫາປີນີ້, ແຂກທ່ອງທ່ຽວສາກົນ ມາຫວຽດນາມ ບັນລຸກ່ວາ 7,8 ລ້ານເທື່ອຄົນ ເກືອບບັນລຸຄາດໝາຍທີ່ໄດ້ວາງອອກໃນທັງປີ ແມ່ນ 8 ລ້ານເທື່ອຄົນ. ໃນຈຳນວນແຂກທ່ອງທ່ຽວສາກົນ ມາຫວຽດນາມ ໃນ 8 ເດືອນຜ່ານມາ, ແຂກທ່ອງທ່ຽວມາດ້ວຍທາງການບິນ ກວມເອົາ 87,6%, ທາງບົກກວມເອົາ 11,6% ແລະ ທາງທະເລກວມເອົາ 0,8%.
ປັດຈຸບັນທົ່ວຂະແໜງທ່ອງທ່ຽວພວມມານະພະຍາຍາມຍູ້ໄວການຟື້ນຟູ, ເພີ່ມຄວາມໄວໃນການພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນ, ຍືນຍົງ. ພິເສດ, ນັບແຕ່ວັນທີ 15 ສິງຫາ, ກົດໝາຍວ່າດ້ານການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້າຍການເຂົ້າອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ານການ ເຂົ້າອອກເມືອງ, ຜ່ານແດນ, ພັກອາໄສຂອງ ຊາວຕ່າງປະເທດ ອາໄສຢູ່ ຫວຽດນາມ ດ້ວຍການປ່ຽນແປງທີ່ສຳຄັນຫຼາຍຢ່າງກ່ຽວກັບນະໂຍບາຍ ວີຊາ ແລະ ໄລຍະເວລາພັກອາໄສຂອງ ຊາວຕ່າງປະເທດ ທີ່ອາໄສຢູ່ ຫວຽດນາມ ໄດ້ມີຜົນສັກສິດຢ່າງເປັນທາງການ.