ແຂກທ່ອງທ່ຽວເພີ່ມຂຶ້ນໃນໂອກາດປີໃໝ່ສາກົນ

ແຂກທ່ອງທ່ຽວເພີ່ມຂຶ້ນໃນໂອກາດປີໃໝ່ສາກົນ - ảnh 1
(ຈຳນວນ​ແຂກ​ທ່ອງ​ທ່ຽວ ມາ​ຢ້ຽມຢາມ​ ​ແລະ
ພັກຜ່ອນ​ຢ່ອນ​ອາລົມ​ຢູ່​ນະຄອນ​ດ່າ​ລາດ ໄດ້​ເພີ່ມ​​ຂຶ້ນທົບ​ຫຼາຍ​ເທົ່າ)

(vovworld) – ​ໃນ​ 4 ວັນ​ພັກ​ການ​ຕົ້ນ​ປີ​ໃໝ່​ສາກົນ 2015, ຢູ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ, ລະຫຼິ້ນບັນ​ເທີງ​ຕ່າງໆຢູ່​ຮ່າ​ໂນ້ຍ ​ໄດ້​ດຶງ​ດູດນັກ​ທ່ອງ​ທ່ຽວ​ນັບ​ໝື່ນໆ​ຄົນ. ພົ້ນ​ເດັ່ນ​ແມ່ນ​ບັນດາ​ເຂດ​ປູຊະນີຍະສະ​ຖານ: ວັນ​ມຽວ - ກ໋ວກຕືຢາມ, ພະ​ລາ​ຊະ​ວັງ​ທັງ​ລອງ, ໜອງ ຮ່ວານ​ກ໋ຽມ, ວິຫານ​ ງອກ​ເຊີນ ​ແລະ ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ. ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ບັນດາ​ລາຍການ​ສະ​ແດງສິລະ​ປະ ​ແລະ ການ​ເຄື່ອນ​ໄຫວ​ວັດທະນະທຳ​ຫຼາຍ​ຢ່າງ ​ເພື່ອຮັບ​ໃຊ້​ປະຊາຊົນ​ໃນ​ໂອກາດ​ນີ້.

        ບັນດາ​ເຂດ​ລະຫຼິ້ນ​ຢູ່​ນະຄອນ​ໂຮ່ຈິ​ມິນ ກໍ່​ມີ​ແຂກ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​​​ໃນ​ໂອກາດ​ຕ້ອນຮັບ​ປີ​ໃໝ່​ສາກົນ. ຖາວ​ເກີ​ມວຽນ, ​ເດີມ​ແຊນ, ຊ໋ວຍຕຽນ ​ແມ່ນ​ບັນດາ​ສະຖານ​ທີ່​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ. ​ເອື້ອຍ ​ເຈີ​ນທິບິ່ກລວາ​ນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນິງທ້ວນ, ​ຢ້ຽມຢາມ​ສວນສາທາລະນະ ຊ໋ວຍຕຽນ ​ໃຫ້​ຮູ​້ວ່າ​.

   “ບັນດາ​ເຂດ​ທ່ອງ​ທ່ຽວອື່ນ​ຂ້າພະ​ເຈົ້າ​ໄດ້​ໄປ​ແລ້ວ, ​ໃນ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ຢາກ​ມາ​ຢ້ຽມຢາມ​ຊ໋ວຍຕຽນ, ຢູ່​ນີ້​ມ່ວຍຫຼາຍ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມ​ປາ​ໂລ​ມາ ສະ​ແດງ​, ຂ້າ​ພະ​​ເຈົ້າ​​ເຫັນ​ວ່າ​ມັນມີ​ຄວາມປະ​ທັບ​ໃຈ​ ​ແລະ ດູດ​ດື່ມ​ໃຈ”.

        ຢູ່​ເຂດ​ໄຕ​ງວຽນ, ຈຳນວນ​ແຂກ​ທ່ອງ​ທ່ຽວ ມາ​ຢ້ຽມຢາມ​ ​ແລະ ພັກຜ່ອນ​ຢ່ອນ​ອາລົມ​ຢູ່​ນະຄອນ​ດ່າ​ລາດ ໄດ້​ເພີ່ມ​​ຂຶ້ນທົບ​ຫຼາຍ​ເທົ່າ. ​ໃນ​ໂອກາດ​ນີ້, ນະຄອນ​ດ່າ​ລາດ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກ່ວາ 5 ໝື່ນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2014.

ຂ່າວ/ບົດ​ອື່ນ