(vovworld) - ວັນທີ 17/7, ຢູ່ນະຄອນ ຮ້າລອງ (ແຂວງ ກວາງນິງ) ໄດ້ດຳເນີນພິທີເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືການທ່ອງທ່ຽວລະຫວ່າງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງກວາງນິງ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫຼວງພະບາງ (ສປປ ລາວ). ເລື່ອງ 2 ທ້ອງຖິ່ນເຊັນບົດບັນທຶກຊ່ວຍຈຳຮ່ວມມືການທ່ອງທ່ຽວຄັ້ງນີ້ຈະປະກອບສ່ວນຊຸກຍູ້ການຮ່ວມມື, ພົວພັນແລກປ່ຽນ ພັດທະນາການທ່ອງທ່ຽວລະຫວ່າງ 2 ທ້ອງຖິ່ນເວົ້າສະເພາະ ແລະ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ. ລະອຽດຄື, ໃນໄລຍະຈະມາເຖິງ, ແຂວງ ກວາງນິງ ແລະ ແຂວງຫຼວງພະບາງ ສຸມໃສ່ສ້າງສະພາບແວດລ້ອມການທ່ອງທ່ຽວໂປ່ງໃສ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດ ຮ່ວມມືດຳເນີນທຸລະກິດ ແລະ ຮັບປະກັນສິດຜົນປະໂຫຍດຂອງແຂກທ່ອງທ່ຽວ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວ ໂດຍ 2 ຝ່າຍຈັດຕັ້ງ, ສະໜັບສະໜູນສ້າງເງື່ອນໄຂໃຫ້ແກ່ກັນກ່ຽວກັບພື້ນຖານດ້ານວັດຖຸ ເພື່ອໂຄສະນາພາບພົດການທ່ອງທ່ຽວຂອງແຕ່ລະຝ່າຍ, ສົມທົບກັນສ້າງຜະລິດຕະພັນການທ່ອງທ່ຽວ, ເປີດສາຍທ່ອງທ່ຽວຕ່າງໆ. 2 ທ້ອງຖິ່ນກໍ່ເຫັນດີເປັນເອກະສັນວ່າ: ແຕ່ລະທ້ອງຖິ່ນຈະສ້າງຕັ້ງຫົວໜ່ວຍຄຸ້ມຄອງ, ແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດທ່ອງທ່ຽວເປັນປະຈຳ, ເພື່ອແກ້ໄຂບັນດາບັນຫາເກີດຂຶ້ນໃໝ່ ແລະ ສິ່ງຍັງຄົງຄ້າງຢ່າງທັນການ. ພ້ອມກັນນັ້ນ, ແຕ່ລະປີ ກໍ່ຈັດຕັ້ງການພົບປະລະຫວ່າງການນຳ 2 ຝ່າຍເພື່ອເປັນເອກະສັນກ່ຽວກັບທິດທາງການຮ່ວມມືພັດທະນາການທ່ອງທ່ຽວ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນວິວັດການພັດທະນາການທ່ອງທ່ຽວ.