ແຂວງກວາງນີງ:ກຽມພ້ອມໃຫ້ແກ່Carnavalຮ້າລອງ2015
ການປະຊຸມຂ່າວຂອງແຂວງ ກວາງນີງ
(ພາບ: .baoxaydung.com.vn)
|
(vovworld) – ດ້ວຍຫົວຂໍ້ວ່າ “ເຕົ້າໂຮມຈຸດທີ່ຍອດຍິ່ງ - ຮອຍຍິ້ມແຜ່ຂະຫຍາຍ”, Carnaval ຮ້າລອງປີ 2015 ຈະໄດ້ດຳເນີນໄປຢ່າງເປັນທາງການໃນຕອນຄ່ຳວັນທີ 8/5, ຢູ່ນະຄອນ ຮ້າລອງ, ແຂວງ ກວາງນີງ. ຜ່ານການຈັດຕັ້ງເປັນເວລາ 8 ຄັ້ງ, Carnaval ຮ້າລອງ ໄດ້ກາຍເປັນເຄື່ອງໝາຍການຄ້າຂອງແຂວງ ກວາງນີງ. ລາຍການ Carnaval ປີນີ້ມີການປ່ຽນໃໝ່ກ່ຽວກັບເນື້ອໃນ, ແນວຄິດ ຮອດຮູບແບບການສະແດງ. ການເຄື່ອນໄຫວສິລະປະໃນເວທີສະແດງຈະໄດ້ຮັບການດຳເນີນໃນຈຸດເວລາດຽວກັນກັບການເຄື່ອນໄຫວຢູ່ຕາມທ້ອງຖະໜົນ. ທ່ານ ດິງແອງຢູ້ງ, ຜູ້ກຳກັບໃຫຍ່ຂອງລາຍການ Carnaval ຮ້າລອງ, ໃຫ້ຮູ້ວ່າ:
“ກ່ຽວກັບດ້ານເຕັກນິກແລ້ວ, ພວກຂ້າພະເຈົ້າຮັບປະກັນວຽກງານໄດ້ປະມານ 80%. ກ່ຽວກັບເນື້ອໃນ, ບັນດາພາກສ່ວນທັງໝົດໄດ້ຝຶກແອບຢູ່ເວທີແລ້ວ. ລາຍການລວມມີ 2 ພາກ, ທີ່ໜຶ່ງແມ່ນເຕົ້າໂຮມຈຸດຍອດຍິ່ງ, ທີສອງແມ່ນຮອຍຍິ້ມແຜ່ຂະຫຍາຍ. ຂ້າພະເຈົ້າຫວັງວ່າຈະສົ່ງສານເຊິ່ງຊາວກວາງນີງ ຢາກຝາກຝັງເຖິງຜູ້ຊົມ.”