ແຂວງກວາງບີງໝັ້ນໝາຍຮ່ວມເດີນທາງພ້ອມກັບບັນດານັກລົງທຶນ

ແຂວງກວາງບີງໝັ້ນໝາຍຮ່ວມເດີນທາງພ້ອມກັບບັນດານັກລົງທຶນ - ảnh 1
ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ແຂວງ​ກວາງບີ​ງຄັ້ງ​ທີ 1
(ພາບ: baomoi.com)

(vovworld) – ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ແຂວງ​ກວາງບີ​ງຄັ້ງ​ທີ 1 ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 5/4 ຢູ່​ນະຄອນ​ດົງ​ເຮີ້ຍ ​ແຂວງ​ກວາງ​ບີ​ງ. ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ເໜີ​ການ​ນຳ​ແຂວງ​ກວາງ​ບີ​ງ ຈົ່ງ​ວາງ​ແຜນ​ກຳນົດ​​ເສດຖະກິດ-ສັງຄົມ​ໂດຍ​ໄວ, ມີ​ແຜນການ​ລະອຽດ​ເພື່ອ​ໃຫ້​ບັນດາ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໂດຍ​ໄວ ປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມຢູ່​ທ້ອງ​ຖິ່ນ. ທ່ານ​ຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ :

    “ ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂ​ອງ​ແຂວງ ກວາງ​ບີ​ງ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ, ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່່າງຊຶ່ງ​ຫຼາຍ​ແຫ່ງ​ອື່ນ​ບໍ່​ມີ. ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ສ້າງ​ແຜນ​ກຳນົດ​​ເສດຖະກິດ-ສັງຄົມ, ​ໃນ​ນັ້ນ​ຕ້ອງ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ​ຢູ່​ພາຍ​ໃນ​ປະ​ເທດ​ກັບ​ກວາງບີ​ງ ​ແລະ ຮ່ວມ​ສຳພັນ​ກັບ​ລາວ-​ໄທ​ໃນ​ຂອບ​ເຂດ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ. ທີ່ 2 ຂ້າພະ​ເຈົ້າ​ເວົ້າ​ວ່າ ບໍ່​ພຽງ​ແຕ່​ສູນ​ກາງ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ຂັ້ນ​ທ້ອງ​ຖິ່ນ​ຕ້ອງ​ສະຫງວນ​ນະ​ໂຍບາຍ​ທີ່​ດີ​ທີ່​ສຸດ​ຢູ່ພາກ​ກາງ​ໃຫ້​ແກ່​ກວາງບີ​ງ ” 

ຂ່າວ/ບົດ​ອື່ນ