ແຂວງກວາງ້າຍຈະກໍ່ສ້າງກິດຈະກຳອາໄລຫາຜູ້ປະສົບເຄາະຮ້າຍໃນເຫດການເຂັ່ນຂ້າສາມັນຊົນ ໝີລາຍ

(VOVWORLD) - ຕອນບ່າຍວັນທີ 06 ມີນາ, ຢູ່ນະຄອນໂຮຈີ໋ມິນ, ຄະນະກຳມະການປະຊາຊົນແຂວງ ກວາງງ້າຍ ຈັດກອງປະຊຸມປະກາດໂຄງການ ສວນສາທາລະນະອາໄລຫາສັນຕິພາບໝີລາຍ.
ແຂວງກວາງ້າຍຈະກໍ່ສ້າງກິດຈະກຳອາໄລຫາຜູ້ປະສົບເຄາະຮ້າຍໃນເຫດການເຂັ່ນຂ້າສາມັນຊົນ ໝີລາຍ - ảnh 1 ກອງປະຊຸມປະກາດໂຄງການ ສວນສາທາລະນະອາໄລຫາສັນຕິພາບໝີລາຍ

ສວນສາທາລະນະແຫ່ງນີ້ມີເນື້ອທີ່ 41  ຮຕ, ເຊິ່ງຕັ້ງຢູ່ໃກ້ກັບສະໜາມບິນ ຈູລາຍ, ນະຄອນກວາງງ້າຍ. ເວລາສຳເລັດໂຄງການແມ່ນແຕ່ 03 ຫາ 05 ປີ.

ໂຄງການກໍ່ສ້າງສວນສາທາລະນະເພື່ອອາໄລຫາຜູ້ປະສົບເຄາະຮ້າຍ 504 ຄົນ ເຊິ່ງແມ່ນສາມັນຊົນທີ່ຖືກທະຫານອາເມລິກາເຂັ່ນຂ້າໃນເດືອນ ມີນາ 1968 ທີ່ບ້ານເຊີນໝີ, ຕາແສງ ຕິ້ງເຄ, ນະຄອນກວາງງ້າຍ. ທ່ານດັ້ງງອັກຢຸງ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງງ້າຍ ໃຫ້ຮູ້ວ່າ:

“ພາຍຫຼັງໂຄງການໄດ້ກໍ່ສ້າງສຳເລັດ ຈະເປັນກິດຈະກຳປະຫວັດສາດທາງດ້ານວັດທະນາທຳ, ເປັນຈຸດນັດພົບທີ່ດີຂອງໄວໜຸ່ມເຍົາວາະຊົນ, ເຮັດໃຫ້ຊາວໜຸ່ມ ແລະ ລຸ້ນຕໍ່ໆໄປສາມາດຊອກຫາ, ຄົ້ນຄວ້າກ່ຽວກັບຄວາມເຈັບແສບ, ຄວາມເສຍຫາຍອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້, ປົດປ່ອຍປະເທດຊາດ. ພ້ອມທັງເປັນສະຖານທີ່ແລກປ່ຽນວັດທະນະທຳ, ຮ່ວມມືພັດທະນາວັດທະທະທຳ ແລະ ຮຳບາດແຜສົງຄາມ ດ້ວຍນ້ຳໃຈຮັກຫອມສັນຕິພາບຂອງປະຊາຊົນແຂວງກວາງງ້າຍ ແລະ ປະຊາຊົນຫວຽດນາມເວົ້າລວມ”.

ຕອບກັບ

ຂ່າວ/ບົດ​ອື່ນ