ແຂວງກຽນຢາງ ວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະວັດສາດ ແລະ ນິຕິກຳ”

ແຂວງກຽນຢາງ ວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະວັດສາດ ແລະ ນິຕິກຳ” - ảnh 1
ງານ​ວາງ​ສະ​ແດງ​ແຜນ​ທີ ​ແລະ ວາງສະ​ແດງ​ເອກະສານ
 “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະວັດ​ສາດ ​ແລະ ນິຕິ​ກຳ”
(ພາບ: vietnamnet.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 21/12, ຢູ່​ເມືອງ​ເກາະ​ຟຸກ໋ວກ, ​ແຂວງ ກຽນ​ຢາງ, ກະ​ຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ງານ​ວາງ​ສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດ​ສາດ ​ແລະ ນິຕິ​ກຳ” ຢູ່​ແຂວງ​ກຽນ​ຢາງ. ງານ​ວາງສະ​ແດງ​ດຳ​ເນີນ​​ໄປ​ຢູ່​ເມືອງ​ເກາະ​ຟຸກ໋ວກ ​ແຕ່​ວັນ​ທີ 22 – 28/12 ​ແລະ ນະຄ​ອນ ​ແຣກຢ໋າ ​ແຕ່​ວັນ​ທີ 23 – 28/12. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ, ລວມມີ: ບັນດາ​ເອກະສານ; ​ແຜນ​ທີ່​ຢັ້ງຢືນອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ຮູບ​ຖ່າຍ​ເອກະສານ; ປື້​ມ, ໜັງສືພິມ, ວາລະສານ​, ບັນດາ​ກິດຈະກຳ​ຄົ້ນຄວ້າ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ກ່ຽວຂ້ອ​ງເຖິງ​ອະທິປະ​ໄຕ​ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ​ຫວຽດນາມ ​ແລະ ວັດ​ຖຸພັນ​ຕ່າງໆ.
ຂ່າວ/ບົດ​ອື່ນ