ແຂວງຊຽງຂວາງ ເພີ່ມທະວີການຮ່ວມມື ກັບແຂວງແທງຮ໋ວາ
(ພາບປະກອບ)
(vovworld) - ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 30/05 – 02/06, ຄະນະຜູ້ແທນແຂວງແທງຮ໋ວາ ໂດຍທ່ານ ມາຍວັນນິງ, ເລຂາຄະນະພັກແຂວງນຳໜ້າ, ໄດ້ມີການເຈລະຈາກັບທ່ານ ສົມກົດ ມັງໜໍ່ເມກ, ເລຂາ, ເຈົ້າແຂວງ ແຂວງຊຽງຂວາງ. 2 ຝ່າຍໄດ້ລົງນາມໃນບົດບັນທຶກຮ່ວມມືປີ 2013 – 2014, ໃນນັ້ນ ເນັ້ນໜັກເຖິງຄວາມຮຽກຮ້ອງເພີ່ມທະວີການສົມທົບກັນໂຄສະນາ, ສຶກສາກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ເວົ້າລວມ ແລະ 2 ແຂວງເວົ້າສະເພາະ. ບົດບັນທຶກກໍຊີ້ແຈ້ງວ່າແຂວງແທງຮ໋ວາ ແລະ ຊຽງຂວາງ ຕ້ອງເພີ່ມທະວີການພົວພັນຮ່ວມມືຮອບດ້ານ, ໂດຍສະເພາະແມ່ນໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ 2 ແຂວງຊຸກຍູ້ການຮ່ວມມືລົງທຶນ. ໃນປີ 2013 ນີ້, ແຂວງ ແທງຮ໋ວາ ມີແຜນການອຸປະຖຳຈຳນວນເງິນ 3 ຕື້ດົງ ເພື່ອຊ່ວຍໃຫ້ແຂວງຊຽງຂວາງ ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ບັນດາຄອບຄົວທຸກຍາກ ແລະ ຄອບຄົວນະໂຍບາຍ.