ແຂ​ວງ​ດຽນ​ບຽນ ຮັບເອົາ​ພົນ​ລະ​ເມືອງຫວ​ຽດ​ນາມ 38 ຄົນ​ທີ່ເຂົ້າ​ເມືອງຫວຽດ​ນາມຈາກ​ລາວ ຢ່າງ​ຜິດ​ກົດ​ໝາຍ​

(VOVWORLD) -ນີ້ແມ່ນບັນດາຜູ້ທີ່ມີສຳມະໂນຄົວອາໄສຢູ່ 15 ແຂວງ, ນະຄອນຂອງ ຫວຽດນາມ. ຜ່ານການກວດກາ, ພົນລະເມືອງທຸກຄົນກັບເມືອຫວຽດນາມ ລ້ວນແຕ່ມີສຸຂະພາບທີ່ແຂງແຮງດີ, ບໍ່ມີກໍລະນີໃດມີອາການເປັນໄຂ້ ແລະ ໄອ. 
ແຂ​ວງ​ດຽນ​ບຽນ ຮັບເອົາ​ພົນ​ລະ​ເມືອງຫວ​ຽດ​ນາມ 38 ຄົນ​ທີ່ເຂົ້າ​ເມືອງຫວຽດ​ນາມຈາກ​ລາວ ຢ່າງ​ຜິດ​ກົດ​ໝາຍ​ - ảnh 1ກຳລັງທີ່ມີໜ້າທີ່ຮັບຜິດຊອບ ພວມປະຕິບັດລະບຽບການຕ້ອນຮັບພົນລະເມືອງ 34 ຄົນ (ພາບ: TTXVN)

ວັນທີ 6 ມິຖຸນາ, ຢູ່ດ່ານຊາຍແດນສາກົນ ໄຕຈາງ (ເມືອງດຽນບຽນ), ທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ໄດ້ສົມທົບກັບບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ ຮັບເອົາພົນລະເມືອງ ຫວຽດນາມ 38 ຄົນທີ່ເຂົ້າເມືອງຢ່າງຜິດກົດໝາຍ ຈາກສອງແຂວງ ຫຼວງນ້ຳທາ ແລະ ບໍ່ແກ້ວຂອງລາວ ກັບເມືອປະເທດ.

ນີ້ແມ່ນບັນດາຜູ້ທີ່ມີສຳມະໂນຄົວອາໄສຢູ່ 15 ແຂວງ, ນະຄອນຂອງ ຫວຽດນາມ. ຜ່ານການກວດກາ, ພົນລະເມືອງທຸກຄົນກັບເມືອຫວຽດນາມ ລ້ວນແຕ່ມີສຸຂະພາບທີ່ແຂງແຮງດີ, ບໍ່ມີກໍລະນີໃດມີອາການເປັນໄຂ້ ແລະ ໄອ. ທະຫານປ້ອງກັນຊາຍແດນແຂວງດຽນບຽນ ໄດ້ມອບບັນດາພົນລະເມືອງດັ່ງກ່າວໃຫ້ແກ່ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຂວງດຽນບຽນ ເພື່ອນຳໄປແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ