ແຂວງ​ດ້ຽນ​ບຽນ: ​ເຮັດ​ລະ​ບຽບ​ການ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເຂົ້າ​ເມືອງ ຫວຽດ​ນາມ ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ໄຕ​ຈາງ

(VOVWORLD) - ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍກັບມາ ຮຽນຢູ່ຫວຽດນາມ, ໃນລະຫວ່າງ ວັນທີ 17 – 18 ມິຖຸນາ, ຢູ່ດ່ານຊາຍແດນໄຕຈາງ, ທະຫານຊາຍແດນແຂວງດ້ຽນບຽນໄດ້ຈັດຕັ້ງການເຮັດລະບຽບການເຂົ້າເມືອງໃຫ້ແກ່ນັກສຶກສາລາວ ແລະ ຫວຽດນາມ.
ແຂວງ​ດ້ຽນ​ບຽນ: ​ເຮັດ​ລະ​ບຽບ​ການ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເຂົ້າ​ເມືອງ ຫວຽດ​ນາມ ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ໄຕ​ຈາງ - ảnh 1ນັກສຶກສາລາວຢູ່ດ່ານຊາຍແດນໄຕຈາງ 

ຍອດຈຳນວນນັກສຶກສາລາວເຂົ້າເມືອງຫວຽດນາມໃນຄັ້ງນີ້ແມ່ນຫຼາຍກ່ວາ 1000 ຄົນ, ພາຍຫຼັງມາຮອດເຂດດ່ານຊາຍແດນຂອງຫວຽດນາມ, ບັນດານັກສຶກສາດັ່ງກ່າວຈະໄດ້ຮັບການ ກວດສຸຂະພາບ, ວັດແທກອູນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບ, ຈັດປະເພດ ແລະ ແນະນຳປະຕິບັດລະບຽບການເຂົ້າເມືອງຈາກທະຫານຊາຍແດນແຂວງດ້ຽນບຽນ ແລະ ພະນັກງານສູນຄວບຄຸມໂລກລະບາດແຂວງ.

ບັນດານັກສຶກສາຈະໄດ້ປະຕິບັດການແຍກຕົວ ຢູ່ບັນດາສະຖານທີ່ແຍກຕົວຕາມຂໍ້ກຳນົດ ແລະ ປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ