ແຂວງ​ບິ່ງ​ເຟຶອກ​ກຳ​ແໜ້​ນ​ກາ​ລະ​ໂອ​ກາດ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ເພື່ອ​ພັດ​ທະ​ນາ

(VOVWORLD) -ຕອນເຊົ້າວັນທີ 8 ກໍລະກົດ,ຢູ່ແຂວງບິ່ງເຟືອກ ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມບິ່ງເຟຶອກຄັ້ງທີ 12, ສະພາປະຊາຊົນຊຸດທີ IX.

ແຂວງ​ບິ່ງ​ເຟຶອກ​ກຳ​ແໜ້​ນ​ກາ​ລະ​ໂອ​ກາດ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ເພື່ອ​ພັດ​ທະ​ນາ - ảnh 1ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດໄດ້ຕັກເຕືອນແຂວງບິ່ງເຟຶອກວ່າ ເມື່ອດຳເນີນການກຳນົດ ແຫຼ່ງຊັບພະຍາກອນມະນຸດທີ່ເປັນ ຜູ້ແທນເຄື່ອນໄຫວວຽກງານສະເພາະກິດນັ້ນ, ຕ້ອງຮັບປະກັນລັກສະນະປະຊາທິປະໄຕ, ເປີດເຜີຍ, ສຸມໃສ່ເລືອກເອົາຜູ້ທີ່ມີປະສົບການຕົວຈິງ, ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ມີຄວາມສາມາດຢ່າງພຽງພໍເພື່ອເປັນຕົວແທນໃຫ້ແກ່ເຈັບຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານນາງກ່າວວ່າ:

        ແຂວງບິ່ງເຟຶອກຕ້ອງສຸມໃສ່ເພື່ອຍາດແຍ່ງກາລະໂອກາດ, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ ທີ່ນອນໃນເຂດເສດຖະກິດຈຸດສຸມທາງທິດຕາເວັນອອກພາກໃຕ້, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຮງ, ດຳເນີນທຸລະກິດຢ່າງສະດວກ, ໂປງໃສ, ເປີດເຜີຍ ແລະ ສະເໝີພາບ, ປະຕິບັດວຽກງານປ່ອຍເງິນລົງທຶນພາກລັດໃຫ້ເປັນຢ່າງດີ. ຂ້າພະເຈົ້າສະເໜີໃຫ້ຄະນະກຳມະການປະຊາຊົນແຂວງປະຕິບັດໜ້າທີ່ນີ້ໃຫ້ເປັນຢ່າງດີ ແລະ ສະພາປະຊາຊົນຕ້ອງຕິດຕາມກວດກາເພື່ອຊຸກຍູ້ປ່ອຍເງິນລົງທຶນພາກລັດໂດຍໄວ, ຍົກອອກມາດຕະການໜູນຊ່ວຍການພັດທະນາບັນດາຮູບແບບວິສາຫະກິດທີ່ມີຄວາມສາມາດເຕີບໂຕໄວໃນບໍລິເວນແຂວງ, ບັນດາວິສາຫະກິດທີ່ໄດ້ລົງທຶນ, ພວມລົງທຶນ ແລະ ເປີດກ້ວາງການລົງທຶນເພື່ອຮັບສະແສເງິນລົງທຶນໃໝ່ເຂົ້າບໍລິເວນແຂວງ.

ພາຍຫຼັງເຂົ້າຮ່ວມພິທີໄຂກອງປະຊຸມຄັ້ງທີ 12, ສະພາປະຊາຊົນ ແຂວງບິ່ງເຟືອກຊຸດທີ IX, ໃນຕອນເຊົ້າວັນທີ 8 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ມີການເຮັດວຽກກັບການນຳແຂວງບິ່ງເຟຶອກ. ທີ່ການເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດໄດ້ສະເໜີໃຫ້ທາງແຂວງບິ່ງເຟຶອກປະຕິບັດບັນດາກົນໄກ, ນະໂຍບາຍຢ່າງຄົບຊຸດ ແລະ ມີປະສິດທິຜົນ, ເປັນຕົ້ນແມ່ນກ່ຽວກັບພາສີອາກອນ, ເງິນຕາ, ການໜູນຊ່ວຍສັງຄົມເພື່ອໜູນຊ່ວຍປະຊາຊົນ, ວິສາຫະກິດ, ຜູ້ອອກແຮງງານ, ເປັນຕົ້ນແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ທັງຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດ Covid – 19 ເພື່ອ ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ