ແຂວງບາເຣ້ຍ-ວຸ້ງເຕົາ ຄວນດັບມອດໂລກລະບາດໂດຍໄວ
(VOVWORLD) - ວັນທີ 25 ກໍລະກົດ ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ພ້ອມດ້ວຍຄະນະປະຕິບັດງານສູນກາງ ໄດ້ລົງເຮັດວຽກກັບ ແຂວງບາເຣ້ຍ-ວຸ້ງເຕົາ ກ່ຽວກັບວຽກງານ ປ້ອງກັນສະກັດກັ້ນໂຄວິດ - 19 ໃນບໍລິເວນແຂວງ.
ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ເຮັດວຽກກັບ ແຂວງບາເຣ້ຍ-ວຸ້ງເຕົາ |
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ສະເໜີ ແຂວງບາເຣ້ຍ-ວຸ້ງເຕົາ ຄວນປິດລ້ອມບັນດາບໍລິເວນທີ່ມີຄວາມສ່ຽງສູງເພື່ອສຸມກຳລັງ ດັບມອດໂລກລະບາດໂດຍໄວ , ນຳ ແຂວງບາເຣ້ຍ-ວຸ້ງເຕົາ ກັບຄືນສູ່ປົກກະຕິໂດຍໄວ. ທາງ ແຂວງບາເຣ້ຍ-ວຸ້ງເຕົາ ຄວນປະຕິບັດຢ່າງໃກ້ຊິດຕາມການແນະນຳຂອງກະຊວງສາທາລະນະສຸກ ກ່ຽວກັບວຽກງານກວດວິໄຈຫາເຊື້ອ, ບັນດາຂັ້ນຕອນຢ່າງມີປະສິດທິຜົນ.
ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ຫວັງວ່າ ແຂວງບາເຣ້ຍ-ວຸ້ງເຕົາ ພະຍາຍາມກາຍເປັນ “ເຂດສີຂຽວ” ເພື່ອລຳລຽງໃຫ້ແກ່ບັນດາແຂວງທາງພາກໃຕ້, ເປັນຕົ້ນແມ່ນນະຄອນໂຮ່ຈິມິນ ໃນວຽກງານ ປ້ອງກັນສະກັດກັ້ນໂຄວິດ - 19.