ແຂວງອຽນບ໋າຍເພີ່ມທະວີດຶງດູດການລົງທຶນຈາກສ.ເກົາຫຼີ

ແຂວງອຽນບ໋າຍເພີ່ມທະວີດຶງດູດການລົງທຶນຈາກສ.ເກົາຫຼີ - ảnh 1


(vovworld) - ​ວັນ​ທີ 6/1, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊ​ົນ​ແຂວງ ອຽນ​ບ໋າຍ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ນະ​ຄອນຫຼວງ ເຊ​ີ​ອູນ, ປະ​ເທດ ສ. ເກົາຫຼີ ດ້ວຍ​ຫົວ​ຂໍ້​ວ່າ “ອຽນ​ບ໋າຍ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ ແລະ ການ​ລ​ະ​ໂອ​ກາດ​ລົງ​ທຶນ”. ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ ສ​. ເກົາຫຼີ 150 ແຫ່ງ ປາດ​ຖະ​ໜາ​ຢາກ​ຊອກ​ຮູ້​ກາ​ລະ​ໂອ​ກາດ​ລົງ​ທຶນ​ເຂົ້າ ຫວຽດ​ນາມ ເວົ້າ​ລວມ ແລະ ແຂວງ ອຽນ​ບ໋າຍ​ເວົ້າ​ສະ​ເພາະ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ຟ້າມ​ທິ​ແທງ​ຈ່າ, ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ສ ເກົາຫຼີ ພວມ​ເຄື່ອນ​ໄຫວ​ໃນ​ບໍ​ລິ​ເວນແຂວງ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາລະ​ກິດ​ລວມ​ຂອງ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ. ທ່ານ​ນາງ ຟ້າມ​ທິ​ແທງ​ຈ່າ ຢັ້ງ​ຢືນ​ວ່າ ການນ​ຳ​ແຂວງ ອຽນ​ບ໋າຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນຕ່າງ​ປະ​ເທດ​ເວົ້າ​ລ​ວມ ແລ​ະ ບັນ​ດາ​ວິ​ສາ​ຫະ​ກິດ ສ. ເກົາຫຼີ ເວົ້າ​ສະ​ເພາະ​ໃນ​ວິ​ວັດ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ