ສະພາບການກໍ່ຄວາມວຸ້ນວາຍຢູ່ຕາແສງ ງີເຟືອງ
ພາບ:baonghean
|
(vovworld)-ຕອນບ່າຍວັນທີ 10/9, ແຂວງ ເງ້ອານ ໄດ້ຈັດການປະຊຸມຂ່າວປະກາດສະພາບການ, ໝາກຜົນຂອງການແກ້ໄຂເຫດການສັບສົນເກີດຂຶ້ນຢູ່ເຂດຊາວຄິຼດ ຈ້າຍກາວ(Trai Gao) ຕາແສງ ງີເຟືອງ ເມືອງ ງີໂລກ. ທີ່ການປະຊຸມຂ່າວ, ການນຳຄະນະກຳມະການປະຊາຊົນແຂວງ ເງ້ອານ ໄດ້ຢືນຢັນວ່າ: ໃນຊຸມມື້ຜ່ານມາ, ບາງຫນ້າເວັບ ແລະ ລາຍການຂ່າວສັງລວມຂອງເຂດຊາວຄຼິດນະຄອນວີງ ໄດ້ໃຫ້ຂ່າວ, ບົດ, ຮູບພາບທີ່ມີເນື້ອໃນຜິດພາດກັບຄວາມຈິງ, ມີລັກສະນະຍຸ້ແຍ່, ເສກສັນປັ້ນແຕ່ງກ່ຽວກັບເຫດການກໍ່ຄວາມວຸ້ນວາຍທຳລາຍຄວາມເປັນລະບຽບຮຽບຮ້ອຍ, ຕ້ານເຈົ້າຫນ້າທີ່ພວມປະຕິບັດວຽກງານລັດຖະການ, ກັກຂັງຄົນຜິດກົດໝາຍ ທີ່ເກີດຂຶ້ນໃນບໍລິເວນຕາແສງ ງີເຟືອງ ໄດ້ເຮັດໃຫ້ຍົກຖາບັນດາສັກ, ຊາວຄຼິດ ເຂົ້າໃຈຜິດກ່ຽວກັບເນື້ອແທ້ຂອງເຫດການ ແລະ ສືບຕໍ່ມີການກະທຳລະເມີດກົດໝາຍ. ປະຈຸບັນ ບັນດາກຳລັງກ່ຽວຂ້ອງໃນແຂວງ ເງ້ອານ ພວມສືບຕໍ່ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນເມືອງ ງີໂລກ ແລະ ຕາແສງ ງີເຟືອງ ເພື່ອເປັນເຈົ້າການສະກັດກັ້ນບັນດາການກະທຳກໍຄວາມວຸ້ນວາຍທຳລາຍຄວາມເປັນລະບຽບຮຽບຮ້ອຍ. ຕຳຫລວດ ແຂວງ ເງ້ອານ ພວມສືບສວນບັນດາການກະທຳກໍ່ຄວາມວຸ້ນວາຍດັ່ງກ່າວ. ທ່ານ ທາຍວັນຮັ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເງ້ອານ ສະເຫນີບັນດາອົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ ລາຍງານຂ່າວກ່ຽວກັບເຫດການດັ່ງກ່າວ ໃຫ້ທັນການ, ພາວະວິໄສ, ຖືກກັບຄວາມຈິງ, ຊັດເຈນເພື່ອໃຫ້ປະຊາຊົນຮູ້, ເຂົ້າໃຈເນື້ອແທ້ຂອງເຫດການ, ປະຕິບັດກົດໝາຍຢ່າງຖືກຕ້ອງ, ຫລີກລ້ຽງການຖືກສວຍໃຊ້, ເສກສັນປັ້ນແຕ່ງ, ຍຸແຍ່, ແກ່ດຶງຊາວຄຼິດມີການກະທຳຜິດກົດໝາຍ.