ແຂວງເງ້ອານຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ

ແຂວງເງ້ອານຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ - ảnh 1
ການປະຊຸມຂ່າວສະ​ເຫຼີມສະຫຼອງ 125 ປີ​
ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​​​ໂຮ່ຈິ​ມິນ
(ພາບ: baomoi.com)


​(vovworld) – ​ໃນ​ລະຫວ່າງ​ວັນ​ທີ 12 – 19/05, ຢູ່​ແຂວງ ​ເງ້ະອານ, ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ​ຂອງ​​ປະທານ ​ໂຮ່ຈິ​ມິນ, ຈະ​ດຳ​ເນີນ​ບັນດາ​​ເຫດການ​ສຳຄັນ ​ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​​​ໂຮ່ຈິ​ມິນ. ​ເງ້ອານ ​ໄດ້​ຈັດ​ຕັ້ງ​ພິທີ​ໄຂ​ສາຍຟິມຮູບ​ເງົາ​ສະ​ເຫຼີ​ມສະຫຼອງ​ບັນດາ​ວັນ​ບຸນ​ໃຫຍ່​ໃນ​ປີ 2015; ຈັດ​ຕັ້ງ​ງານ​ວາງສະ​ແດງວິຈິດ​ສິນ, ພາບ​ຖ່າຍ ດ້ວຍ​ຫົວ​ຂໍ້ “ຮໍ່າຮຽນ ​ແລ​ະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ”; ງານ​ວາສະ​ແດງ​ຮູບພາບ​ໂຄສະນາ​ກ່ຽວ​ກັບ​ຫົວ​ຂໍ້​ປະທານ​ໂຮ່ຈິ​ມິນ; ງານ​ບຸນ​ບ້ານ​ແຊນ… ​ໃນ​ຈຳນວນ​ການ​ເຄື່ອນ​ໄຫວ​ຕ່າງໆ​ດັ່ງກ່າວ, ຈຸດ​ພິ​ເສດ​ສຳຄັນ​ທີ່​ສຸດ​ແມ່ນ​ພິທີ​ໄຂ​ງາ​ນບຸນ ບ້ານ​ແຊນ ປີ 2015. ​ເຂົ້າ​ຮ່ວມ​ງານ​ບຸນ​ບ້ານ​ແຊນ, ນອກຈາກ​ບັນດາ​ກອງ​ສີ​ລະ​ປະກອນ, ​ສີ​ລະ​ປະຂອງ​ແຂວງ​ເງ້ະ​​ອານ ​ແລ້ວ ຍັງ​ມີ​ບັນດາ​ກອງ​ສີ​ລະ​ປະກອນຂອງ​ຫຼາຍ​ແຂວງ, ນະຄອນ​ເຂົ້າ​ຮ່ວມອີກ​ດ້ວຍ.

ຂ່າວ/ບົດ​ອື່ນ