ແຂວງເຊີນລາ ກຽມພ້ອມໃຫ້ແກ່ການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2017”

(VOVWORLD) - ວັນທີ 05 ກໍລະກົດ, ຢູ່ແຂວງເຊີນລາໄດ້ເລີ່ມດຳເນີນບັນດາການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2017”ຂຶ້ນ. 

ແຂວງເຊີນລາ ກຽມພ້ອມໃຫ້ແກ່ການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2017” - ảnh 1 ພິທີປຸກລະດົມ ປິມິດຕະພາບ ຫວຽດນາມ -ລາວ, ລາວ - ຫວຽດນາມ

(ພາບປະກອບ)

ນີ້ເມ່ນການເຄື່ອນໄຫວດ້ານການເມືອງ ສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງການພົວພັນທາງການທູດ ຫວຽດນາມ-ລາວ, 40 ປີ ແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ. ຈຸດພົ້ນເດັ່ນແມ່ນພິທີເປີດວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດ-ລາວ ໂດຍມີການເຂົ້າຮ່ວມຂອງ 9 ແຂວງຂອງ ຫວຽດນາມ ແລະ 10 ແຂວງຂອງປະເທດ ລາວ. ວັນບຸນໄດ້ຖຶກຈັດຂຶ້ນດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນຄື: ການສະແດງສິລະປະມະຫາຊົນ, ການສະແດງຊຸດອາພອນປະຈຳເຜົ່າ, ການດຳເນີນຊີວິດວັດທະນະທຳ, ການແຂ່ງຂັນກິລາ, ງານວາງສະແດງແນະນຳຮູບພາບສິລະປະກຳກ່ຽວກັບມະນຸດ ແລະ ທ່າແຮງບົ່ມຊ້ອນຂອງ 9 ແຂວງຂອງ ຫວຽດນາມທີ່ມີເສັ້ນຊາຍແດນຕິດຈອດກັບ ລາວ ໃນວິວັດການເຊື່ອໂຍງ ແລະ ການພັດທະນາ ກໍ່ໄດ້ຖຶກນຳມາສະແດງວາງສະແດງໃນວັນບຸນນີ້.

ເນື່ອງໃນໂອກາດນີ້, ປະທານປະເທດ ສສ ຫວຽດນາມ ໄດ້ເຊັນຂໍ້ຕົກລົງມອບຫຼຽນໄຊ, ຫຼຽນກາ 88 ຫຼຽນ ໃຫ້ການນຳບັນດາແຂວງຂອງ ສປປ ລາວ, ເປີດສະຫຼອງເຂດປູຊະນີຍະສະຖານປະຫວັດສາດ ຫວຽດນາມ - ລາວ ຢູ່ບ້ານລາວໂຄ, ຕາແສງ ພຽນຄ່ວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ, ຈັດຕັ້ງກອງປະຊຸມສຳມະນາສະພາແຫ່ງຊາດ ຫວຽດນາມ - ລາວ ກ່ຽວກັບຫົວເລື່ອງ “ບົດຮຽນໃນການປະຕິບັດພາລະບົດບາດຕັດສິນ ແລະ ຕິດຕາມກ່ຽວກັບຂົງເຂດທີ່ດິນ ຂອງສະພາປະຊາຊົນ” ຈັດຕັ້ງຢູ່ເມືອງ ໂມກເຈົາ.

        ວັນບຸນຈັດຕັ້ງແຕ່ວັນທີ 5 -7 ກໍລະກົດຈະໄດ້ອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ