ແຂວງ​ເບັ໊ນ​ແຈສົ່ງ​ອອກ​ໝາກ​ໄມ້​ງວດ​ທຳ​ອິດ​ໄປ​ຍັງ​ຕະຫຼ​າດ EU

(VOVWORLD) -ວັນທີ 17 ກັນຍາ, ຢູ່ໂຮງງານຫຸ້ມຫໍ່ບໍລິສັດ Vina T&T Group, ເມືອງເຈົາແທັ່ງ ແຂວງເບັ໊ນແຈ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງເບັ໊ນແຈ ຈັດຕັ້ງພິທີປະກາດການສົ່ງອອກໝາກໄມ້ງວດທຳອິດຂອງຫວຽດນາມ ໄປຍັງຕະຫຼາດ EU ຕາມສັນຍາການຄ້າເສລີ ຫວຽດນາມ - EU (EVFTA).
ແຂວງ​ເບັ໊ນ​ແຈສົ່ງ​ອອກ​ໝາກ​ໄມ້​ງວດ​ທຳ​ອິດ​ໄປ​ຍັງ​ຕະຫຼ​າດ EU - ảnh 1ພິທີປະກາດການສົ່ງອອກໝາກໄມ້ງວດທຳອິດຂອງຫວຽດນາມ ໄປຍັງຕະຫຼາດ EU ຕາມສັນຍາການຄ້າເສລີ ຫວຽດນາມ - EU (EVFTA) (ພາບ: nhandan.com.vn)

ທີ່ພິທີ, ທ່ານ ເລກ໊ວກຢວາງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ພາຍຫຼັງທີ່ສັນຍາ EVFTA ມີຜົນສັກສິດ ແລະ ໄດ້ຮັບການປະຕິບັດມາເປັນ ເວລາກ່ວາ 1 ເດືອນ , ສິນຄ້າສົ່ງອອກ ຫຼາຍປະເພດຂອງຫວຽດນາມ ໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້າຢູ່ຕະຫຼາດ EU. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ໝາກໄມ້ແມ່ນໜຶ່ງໃນບັນດາຜະລິດຕະພັນສົ່ງອອກຫຼັກແຫຼ່ງຂອງ ຫວຽດນາມ ຢູ່ຕະຫຼາດ EU. ຕາມນັ້ນແລ້ວ, 7 ເດືອນຕົ້ນປີ 2020, ການສົ່ງອອກໝາກໄມ້ບັນລຸມູນຄ່າ 59,18 ລ້ານ USD. ຄາດວ່າ ການສົ່ງອອກໝາກໄມ້ຫວຽດນາມໄປຍັງ EU ນັບແຕ່ນີ້ຈົນໝົດປີ 2020 ຈະສືບຕໍ່ເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ