ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມີແຜນການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ວາງອອກຢ່າງລະອຽດ

(VOVWORLD) - ລັດຖະບານຕັດສິນໃຈຮັກສາຄາດໝາຍການເຕີບໂຕເສດຖະກິດຂອງປີ 2017 ຢູ່ໃນລະດັບ 6,7% ແລະ ມີພື້ນຖານຢ່າງພຽງພໍເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ.

(vovworld) - ທີ່ກອງປະຊຸມນັດສາມັນຂອງລັດຖະບານປະຈຳເດືອນ 04 ຖືກດຳເນີນໃນວັນທີ 04/05, ລັດຖະບານໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມໃນເດືອນ 04 ແລະ 4 ເດືອນຕົ້ນປີ 2017, ໃນນັ້ນມີວິທີການ ແລະ ບັນດາມາດຕະການແກ້ໄຂຢ່າງລະອຽດສຳລັບແຕ່ລະຂະແໜງ, ຂົງເຂດເພື່ອຮັບປະກັນຄາດໝາຍເຕີບໂຕເສດຖະກິດໃນ 3 ໄຕມາດທີ່ຍັງເຫຼືອ ແລະ ທັງປີ 2017. 

ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມີແຜນການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ວາງອອກຢ່າງລະອຽດ - ảnh 1 (ກອງປະຊຸມນັດສາມັນຂອງລັດຖະບານປະຈຳເດືອນ 04)

ສະຫຼຸບທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ລັດຖະບານຕັດສິນໃຈຮັກສາຄາດໝາຍການເຕີບໂຕເສດຖະກິດຂອງປີ 2017 ຢູ່ໃນລະດັບ 6,7% ແລະ ມີພື້ນຖານຢ່າງພຽງພໍເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ.

        “ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງທີ່ສຸດຈາກທຸກຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ບັນດາວິສາຫະກິດ, ໃນນັ້ນເອົາໃຈໃສ່ເຖິງມາດຕະການຊີ້ນຳຢ່າງຂ້ຽວຂາດ, ລະອຽດ. ແຕ່ລະກະຊວງ, ທ້ອງຖິ່ນ ຕ້ອງຍົກອອກບັນດາມາດຕະການແກ້ໄຂຢ່າງລະອຽດກວ່າອີກ ເພື່ອຍູ້ໄວການປະຕິບັດແຜນການ. ພິເສດແມ່ນຕ້ອງມີມາດຕະການຮັບມື ແລະ ມາດຕະການຄົບຊຸດ, ໃນນັ້ນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊູກຍູ້ການຜະລິດດຳເນີນທຸລະກິດ, ປ່ອຍເງິນໃຫ້ທຸກແຫຼ່ງທຶນ, ຊອກຫາຕະຫຼາດນັບທັງຢູ່ພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ເປັນພິເສດເຖິງບັນດາຕະຫຼາດໃໝ່; ຄິດໄລ່ຊັ່ງຊາເຖິງການພັດທະນາອຸດສາຫະກຳປຸງແຕ່ງ, ສ້າງສະພາບແວດລ້ອມໃຫ້ແກ່ການຜະລິດ ແລະ ການສົ່ງອອກ…”

ຕອບກັບ

ຂ່າວ/ບົດ​ອື່ນ