ແທງຮ໋ວາ ກະກຽມຢ່າງຮຽບຮ້ອຍໃຫ້ວັນບຸນໃຫຍ່
(ພາບປະກອບ)
(vovworld) – “ສັບປະດາໄຂປີທ່ອງທ່ຽວແຫ່ງຊາດ 2015”, ຈະດຳເນີນໄປຢູ່ແຂວງ ແທງຮ໋ວາ ໃນລະຫວ່າງວັນທີ 03 – 10/04. ດ້ວຍ 10 ເຫດການທີ່ພົ້ນເດັ່ນ. ແຂວງແທງຮ໋ວາ ຫວັງວ່າ, ຜ່ານບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຂອງສັບປະດາໄຂວັນບຸນ ຈະສ້າງບັນດາຂີດໝາຍທີ່ດີ, ສ້າງບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ ກ່ຽວກັບພາບພົດແຂວງ ແທງຮ໋ວາ ແຜ່ນດິນທີ່ສັກກະລະບູຊາ, ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ໃກ້ຊິດສະໜິດສະໜົມ ແລະ ຮັກແພງແຂກຄົນ. ພິທີໄຂປີທ່ອງທ່ຽວແຫ່ງຊາດ 2015, ຖືກດຳເນີນໄປໃນຕອນຄໍ່າວັນທີ 03/04, ຢູ່ສະໜາມຫຼວງ ລາມເຊີນ, ນະຄອນແທງຮ໋ວາ. ໃນໂອກາດໄຂປີທ່ອງທ່ຽວ, ແທງຮ໋ວາ ຍັງຈັດຖະໜົນດອກໄມ້ ເລເລີຍ, ງານວາງສະແດງ “ແທງຮ໋ວາ ເຂດມໍລະດົກ”…