(ພາບປະກອບ)
|
(vovworld)- ຕອນເຊົ້າວັນທີ 25/3, ທີ່ການຕ້ອນຮັບປະທານ IPU Saber Choudhury ມາຫວຽດນາມເຂົ້າຮ່ວມ IPU 132, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຂອບອົກຂອບໃຈຕໍ່ການສະຫນັບສະຫນູນ, ຫນູນຊ່ວຍຂອງ IPU ເພື່ອໃຫ້ຫວຽດນາມ ເປັນເຈົ້າພາບຈັດຕັ້ງ IPU 132 ພ້ອມທັງເຊື່ອໝັ້ນວ່າ: IPU 132 ຈະປະສົບຜົນສຳເລັດຢ່າງຈົບງາມ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເນັ້ນຫນັກວ່າ: ຜ່ານຫົວເລື່ອງຕົ້ນຕໍຂອງ IPU 132 ແມ່ນ “ບັນດາຈຸດໝາຍພັດທະນາແບບຍືນຍົງ-ຫັນຄຳເວົ້າເປັນການກະທຳ”, ຫວຽດນາມ ປາດຖະຫນາຢາກພ້ອມກັບປະຊາຄົມໂລກ, ລັດຖະສະພາບັນດາປະເທດ ສ້າງໂລກພັດທະນາແບບຍືນຍົງ. ບັນດາວາລະປະຊຸມທີ່ກອງປະຊຸມໃຫຍ່ ຈະປະສົບຜົນສຳເລັດ ຖ້າຫາກບັນດາປະເທດສະມາຊິກບັນລຸຄວາມເຫັນດີສູງໃນບັນດາມະຕິ ແລະ ໝາກຜົນນັ້ນ ຈະສະແດງໃຫ້ເຫັນໃນຖະແຫລງການຂອງກອງປະຊຸມໃຫຍ່. ນີ້ແມ່ນພື້ນຖານເພື່ອໃຫ້ລັດຖະສະພາບັນດາປະເທດພ້ອມກັນເຂົ້າຮ່ວມບັນດາບັນຫາທົ່ວໂລກຄື: ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຮັກສາແຫລ່ງນ້ຳ, ປ້ອງກັນຄວາມສະຫງົບ ແລະ ສັນຕິພາບ. ທ່ານປະທານ IPU Saber Choudhury ຖືວ່າ: ບັນດາຫົວເລື່ອງໄດ້ຮັບການປຶກສາຫາລືທີ່ກອງປະຊຸມໃຫຍ່ຄັ້ງນີ້ແມ່ນບັນດາເນື້ອໃນອຸດົມສົມບູນ ແລະ ແທດຈິງ, ໃນນັ້ນ ເຕື້ອງເຖິງຫລາຍບັນຫາສຳຄັນ. ທ່ານປະທານ IPU ເຊື່ອໝັ້ນວ່າ: ກອງປະຊຸມໃຫຍ່ IPU 132 ຊື່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງ ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍປະທັບໃຈສຳລັບຜູ້ແທນແຕ່ລະຄົນບໍ່ພຽງແຕ່ກ່ຽວກັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຄວາມຮັກແພງແຂກຄົນຂອງປະເທດເຈົ້າພາບເທົ່ານັ້ນ ຫາກຍັງມີບັນດາຄຳຕັດສິນມີຄວາມໝາຍແທດຈິງຂອງ IPU 132 ທີ່ມີຕໍ່ປະຊາຄົມໂລກອີກດ້ວຍ.