(ທ່ານຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ
ພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ)
(vovworld) – ຕອນເຊົ້າວັນທີ 3/2, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ກັບເມືອບ້ານເກີດເມືອງນອນໃນໂອກາດບຸນປີໃໝ່ປີມະເສງ 2013. ນະທີ່ນີ້, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນລາມ ເນັ້ນໜັກວ່າ: ”ພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ ຍາມໃດກໍ່ຢືນຢັນວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກປະຊາຄົມບັນດາເຜົ່າຫວຽດນາມໄດ້, ແມ່ນປັດໃຈສຳຄັນ ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ ກັບປະເທດຕ່າງໆຢູ່ໃນໂລກ”.
ແລະກໍ່ໃນຕອນເຊົ້າວັນທີ 3/2, ຢູ່ສູນກະຈາຍສຽງແຫ່ງຊາດ, 58 ຖະໜົນ ກວ໋ານຊື໋ ຮ່າໂນ້ຍ, ໄດ້ດຳເນີນງານພົບປະລະຫວ່າງການນຳ ວິທະຍຸກະຈາຍສຽງຫວຽດນາມ (VOV) ກັບບັນດາຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ, ເນື່ອງໃນໂອກາດບຸນປີໃໝ່ ປີມະເສງ 2013 ດ້ວຍຫົວຂໍ້ວ່າ: “ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບວຽກງານຮັກສາສີສັນວັດທະນະທຳຂອງຊາດ“. ທີ່ງານພົບປະ, ທ່ານ ດ່າວຢູຍຕ໋ຽນ, ຮອງປະທານສະໂມສອນປັນຍາຊົນ ຊາວຫວຽດນາມອາໄສຢູ່ໂປໂລຍ, ໄດ້ແບ່ງປັນວ່າ:
”ຊາວຫວຽດນາມ ອາໄສຢູ່ໂປໂລຍ ຍາມໃດກໍ່ສັ່ງສອນລູກຫຼານຂອງຕົນ ດຳລົງຊີວິດຕາມມູນເຊື້ອຂອງຊາດ ນັ້ນແມ່ນຮູ້ບຸນຄຸນບັນພະບຸລຸດ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ. ປະຈຸບັນ, ໃນປະຊາຄົມຊາວຫວຽດນາມອາໄສຢູ່ໂປໂລຍ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວອ່ວາຍເມືອຫາປະເທດຊາດຫຼາຍຢ່າງ ເພື່ອໃຫ້ລູກຫຼານບໍ່ລືມກົກເຄົ້າເຫງົ້າກໍຂອງຕົນ”.
ງານພົບປະສັງສັນຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນໂອກາດປີໃໝ່ ແມ່ນການເຄື່ອນໄຫວປະຈຳປີ ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຂຶ້ນ ດ້ວຍຄວາມປາຖະໜາ ຢາກເພີ່ມທະວີການເຊື່ອມຕໍ່ລະຫວ່າງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ທັງແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ທ່ານຜູ້ຟັງຢູ່ຕ່າງປະເທດ ໃຫ້ມີຄວາມສະໜິດຕິດພັນກັບວິທະຍຸກະຈາຍສຽງຫວຽດນາມ. ກ່າວຄວາມເຫັນທີ່ງານພົບປະ, ທ່ານຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ໃຫ້ຮູ້ວ່າ:
”ວິທະຍຸກະຈາຍສຽງຫວຽດນາມ ໄດ້ຕ້ອນຮັບຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆໃນໂລກ ກັບເມືອບ້ານເກີດເມືອງນອນ ຕ້ອນຮັບບຸນປີໃໝ່. ນີ້ແມ່ນໂອກາດເພື່ອແບ່ງປັນຄວາມຫວັງ, ຄວາມເບີກບານມ່ວນຊື່ນ. ວິທະຍຸກະຈາຍສຽງຫວຽດນາມ ບໍ່ພຽງແຕ່ແມ່ນອົງການທີ່ເປັນກະບອກສຽງຂອງພັກ, ລັດຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເວທີປາໄສຂອງປະຊາຊົນ, ໃນນັ້ນມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ລາຍການກະຈາຍສຽງຮັບໃຊ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ມີບັນດາຂ່າວໃໝ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສ່ອງແສງການເຄື່ອນໄຫວຂອງຊາວຫວຽດນາມ ອາໄສຢູ່ໃນໂລກອີກດ້ວຍ. ບັນດາຈົດໝາຍ, ໂທລະສັບ ແລະ ຄວາມເອົາໃຈໃສ່ຂອງທ່ານຜູ້ຟັງຊາວຫວຽດນາມອາໄສຢູ່ຕ່າງປະເທດ ແມ່ນແຫຼ່ງລະດົມກຳລັງໃຈອັນລ້ຳຄ່າສຳລັບພວກຂ້າພະເຈົ້າ, ຊ່ວຍໃຫ້ພວກຂ້າພະເຈົ້າປະຕິບັດສຳເລັດວຽກງານຂອງຕົນໃຫ້ດີກວ່າເກົ່າ”.