ແນະນຳຄຸນຄ່າແມ່ພິມເອກະສານສະໄໝລາດຊະວົງ ຫງວຽນ - ມໍລະດົກເອກະສານໂລກເຖິງເພື່ອນມິດສາກົນ
(VOVWORLD) - ວັນທີ 6 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສູນ ສຳເນົາເອກະສານແຫ່ງຊາດ 4 - ກົມເອກະສານ ແລະ ສຳເນົາເອກະສານແຫ່ງລັດຢູ່ ດ່າລາດ.
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງທີ່ການເຮັດວຽກ |
ນະທີ່ນີ້, ທ່ານ ເຈືອງຮ່ວາບີ່ງ ໄດ້ຕີລາຄາສູງຂະແໜງສຳເນົາເອກະສານ ມີຄວາມມານະພະຍາຍາມຫຼາຍຢ່າງໃນການປົດປ້ອງ ແລະ ຂຸດຄົ້ນຄຸນຄ່າຂອງແມ່ພິມເອກະສານ ສະໄໝລາດຊະວົງ ຫງວຽນ - ມໍລະດົກວັດຖຸເອກະສານໂລກ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ຂອງກະຊວງພາຍໃນ, ກົມເອກະສານ ແລະ ສຳເນົາເອກະສານແຫ່ງລັດ, ພິເສດແມ່ນພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂຶ້ນກັບ ສູນ ສຳເນົາເອກະສານແຫ່ງຊາດ 4 ໃນການຮັກສາບັນດາມໍລະດົກທີ່ລ້ຳຄ່າ, ຫາຍາກ, ສ້າງວິທີການລົງທຶນເພື່ອສ້າງພື້ນຖານດ້ານວັດຖຸທີ່ເທົ່າທຽມ, ເໝາະສົມເພື່ອແນໃສ່ຮັກສາໃຫ້ປອດໄພ ແລະ ເສີມຂະຫຍາຍຄຸນຄ່າຂອງແມ່ພິມເອກະສານສະໄໝລາດຊະວົງຫງວຽນ, ມອບໃຫ້ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສ້າງແຜນການກະກຽມແຫຼ່ງເອກະສານເພື່ອປະຕິບັດການວາງສະແດງຢູ່ຕ່າງປະເທດ ເພື່ອແນໃສ່ໂຄສະນາ, ແນະນຳບັນດາມໍລະດົກໂລກຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູຈາກ UNESCO.