ແນະ​ນຳ​ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຢູ່ ສ.ເກົາຫຼີ ແລະ ອິ​ດ​ສະ​ລາ​ແອນ

(VOVWORLD) -ຕອນຄ່ຳວັນທີ 17 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2019) ແລະ ແນະນຳປຶ້ມປົກຂາວ ປ້ອງກັນຊາດ ຫວຽດນາມ.
ແນະ​ນຳ​ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຢູ່ ສ.ເກົາຫຼີ ແລະ ອິ​ດ​ສະ​ລາ​ແອນ - ảnh 1ທ່ານ ໂດມິງຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ພັນເອກ ດິ່ງຮຸ່ງຕ໊ວນ ທູດທະຫານ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ເນັ້ນໜັກວ່າ ທົ່ວປວງຊົນປ້ອງກັນຊາດ ຂອງ ຫວຽດນາມ ແມ່ນ ພື້ນຖານປ້ອງກັນຊາດ “ເພື່ອປະຊາຊົນ, ໂດຍປະຊາຊົນ ແລະ ຂອງປະຊາຊົນ”, ແມ່ນພື້ນຖານປ້ອງກັນຊາດທີ່ມີລັກສະນະ ສັນຕິພາບ, ປ້ອງກັນຕົວ, ພັດທະນາຕາມທິດທົ່ວປວງຊົນ, ຮອບດ້ານ, ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ນັບມື້ນັບທັນສະໄໝ, ມີການສົມທົບຢ່າງແໜ້ນແຟ້ນລະຫວ່າງ ເສດຖະກິດ ກັບ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ໂດຍປະຊາຊົນເປັນເຈົ້າຂອງ. ກ່ຽວກັບການພົວພັນກັບການຕ່າງປະເທດດ້ານປ້ອງກັນຊາດ, ຫວຽດນາມໄດ້ສ້າງຕັ້ງການພົວພັນດ້ານປ້ອງກັນຊາດກັບຫຼາຍກ່ວາ 80 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນ.

        ແລະກໍ່ໃນຕອນຄ່ຳວັນທີ 17 ທັນວາ, ຢູ່ ນະຄອນ Tel Aviv, ສະຖານທູດ ຫວຽດນາມ ປະຈຳ ອິດສະລາແອັນ ແລະ ອົງການທູດການທະຫານຂອງ ຫວຽດນາມກໍ່ໄດ້ຈັດຕັ້ງພິທີ ສະ ເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2019) ແລະ ແນະນຳປຶ້ມປົກຂາວ ປ້ອງກັນຊາດ ຫວຽດນາມ ປີ 2019ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ