ແນະນຳສີສັນ ຮ່າຢາງ ເຖິງວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
(VOVWORLD) - ລາຍການ “ສີສັນຮ່າຢາງ” ໄດ້ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງ ຮ່າຢາງ, ພິເສດ, ແນະນຳບາງຜະລິດຕະພັນທ່ອງທ່ຽວໃໝ່ເພື່ອໃຫ້ບັນດາວິສາຫະກິດຂຸດຄົ້ນ ແລະ ຄົ້ນຄ້ວາລົງທຶນ.
ການສະແດງສິລະປະຂອງຊາວເຜົ່າຢູ່ແຂວງຮ່າຢາງ |
ວັນທີ 6 ເມສາ, ຢູ່ນະຄອນ ເກີນເທີ, ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ສົມທົບກັບສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ເກີນເທີ ຈັດຕັ້ງກອງປະຊຸມສົ່ງເສີມການໂຄສະນາ “ສີສັນ ຮ່າຢາງ”, ເພື່ອແນໃສ່ສືບຕໍ່ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວຂອງແຂວງຮ່າຢ່າງ ເຖິງບັນດາວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ, ໃຫ້ຮູ້ວ່າ:
“ລາຍການ “ສີສັນຮ່າຢາງ” ໄດ້ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງ ຮ່າຢາງ, ພິເສດ, ແນະນຳບາງຜະລິດຕະພັນທ່ອງທ່ຽວໃໝ່ເພື່ອໃຫ້ບັນດາວິສາຫະກິດຂຸດຄົ້ນ ແລະ ຄົ້ນຄ້ວາລົງທຶນ. ຮ່າຢາງ ຈະສ້າງທຸກເງື່ອນໄຂສະດວກທີ່ສຸດກ່ຽວກັນດ້ານກົນໄກ, ນະໂຍບາຍທີ່ມີຢູ່ແລ້ວຂອງທ້ອງຖິ່ນໃຫ້ແກ່ບັນດານັກລົງທຶນ ມາແຂວງ ຮ່າຢາງ ໃນຂົງເຂດຕ່າງໆເວົ້າລວມ ແລະ ຂົງເຂດທ່ອງທ່ຽວເວົ້າສະເພາະ.”
ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງຮ່າຢາງ ໄດ້ແນະນຳທີ່ລາຍການ
|