ແບ່ງປັນບົດຮຽນໃນການຄຸ້ມຄອງ ແລະ ຈັດຕັ້ງການສຶກສາຊັ້ນປະຖົມລະຫວ່າງ ຫວຽດນາມ ແລະ ບາງກະລາເທດ
ທ່ານນາງ ຮ່ວາງທິຮວາ ຮອງຫົວໜ້າກຳມາທິການວັດທະນະທຳ,
ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ
(ພາບອິນເຕີແນັດ)
(vovworld) - ຕອນບ່າຍວັນທີ 20/04 ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ ມີການເຮັດວຽກກັບ ຄະນະກຳມາທິການປະຈຳການຂອງສະພາແຫ່ງຊາດ ບາງກະລາເທດ ຮັບຜິດຊອບກະຊວງສຶກສາຊັ້ນປະຖົມສຶກສາ ແລະ ມະຫາຊົນ. ນະທີ່ນີ້ ທ່ານນາງ ຮ່ວາງທິຮວາ ຮອງຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ໄດ້ແນະນຳກັບຄະນະກຳມາທິການປະຈຳການຂອງສະພາແຫ່ງຊາດ ບາງກະລາເທດ ກ່ຽວກັບໂຄງປະກອບ, ການຈັດຕັ້ງ ແລະ ບົດບາດໜ້າທີ່ຂອງກຳມາທິການ. ທ່ານນາງ ຮ່ວາງທິຮວາ ຢືນຢັນວ່າ ການສຶກສາຊັ້ນປະຖົມສຶກສາມີຄວາມໝາຍສຳຄັນທີ່ສຸດ ແລະ ການລົງທຶນທີ່ສະຫງວນໃຫ້ການສຶກສາຊັ້ນປະຖົມແມ່ນຈຳເປັນທີ່ສຸດ. ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງ ແລະ ຈັດຕັ້ງການສຶກສາຊັ້ນປະຖົມກັບ ບາງກະລາເທດ ແລະ ປາດຖະໜາວ່າ ໃນໄລຍະຈະມາເຖິງ ເນື້ອໃນດັ່ງກ່າວຈະໄດ້ຮັບຄວາມເອົາໃຈໃສ່ ແລະ ແບ່ງປັນກັນຈາກສະພາແຫ່ງຊາດ 2 ປະເທດ
ສ່ວນທ່ານ Md Motahar Hossain ສະມາຊິກສະພາແຫ່ງຊາດ, ປະທານກຳມາທິການປະຈຳການຂອງສະພາແຫ່ງຊາດ ບາງກະລາເທດ ຮັບຜິດຊອບກະຊວງສຶກສາຊັ້ນປະຖົມ ແລະ ມະຫາຊົນ ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມແນໃສ່ຊອກຮູ້ວຽກງານຂອງ ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ ຫວຽດນາມ. ຄະນະປາດຖະໜາຢາກໄປຢ້ຽມຢາມໂຮງຮຽນຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ, ພິເສດແມ່ນເຂດຫ່າງໄກສອກຫລີກ ເພື່ອຊອກຮູ້ກ່ຽວກັບບົດຮຽນການຄຸ້ມຄອງ ແລະ ຈັດຕັ້ງການສຶກສາຊັ້ນປະຖົມ.