ແບນຊີກຈະຜັນຂະຫຍາຍຕຳຫລວດຕື່ມອີກ1000ຄົນເພື່ອຕ້ານການໃຊ້ຄວາມຮຸນແຮງແລະກໍ່ການຮ້າຍ

ແບນຊີກຈະຜັນຂະຫຍາຍຕຳຫລວດຕື່ມອີກ1000ຄົນເພື່ອຕ້ານການໃຊ້ຄວາມຮຸນແຮງແລະກໍ່ການຮ້າຍ - ảnh 1
ຕຳ​ຫລວດ ແບນ​ຊິກ ລາດ​ຕະ​ເວັນ​ຖະ​ຫນົນ​ສາຍ​ຕ່າງໆ
ພາບ:TTXVN

 (vovworld)- ​​​​​ວັນ​ທີ 5/2, ລັດ​ຖະ​ບານ ແບນ​ຊີກ ໝັ້​ນ​ໝາຍ​ຈະ​ຜັນ​ຂະ​ຫຍາຍ​ຕະ​ຫລວດ​ຕື່ມ​ອີກ 1000 ຄົນ ນັບ​ແຕ່ນີ້​ຮອດ​ປີ 2019,  ເພື່ອ​ແກ້​ໄຂບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງກໍ່​ການ​ຮ້າຍ​ໃຫ້​ດີກວ່າ. ນີ້​ແມ່ນ​ແຜນ​ການ​ກະ​ທຳ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ກໍ່​ການ​ຮ້າຍ ໃນ​ເຂດ​ລວມ​ມີ 7 ເມືອງ​ຢູ່ ນະ​ຄອນ​ຫລວງ ບ​ຣຸ​ກ​ແຊນ. ແລະ ກໍ​ໃນ​ຂອບ​ເຂດ​ແຜນ​ການ​ຕ້ານ​ການກໍ່​ການ​ຮ້າຍ, ລັດ​ຖະ​ບານ ແບນ​ຊີກ ໄດ້​ຮັບ​ຮອງ​ເອົາ​ການ​ຮັກ​ສາ​ການ​ມີ​ຫນ້າ​ຂອງ​ທະ​ຫານ​ໃນ​ບັນ​ດາ​ຖະ​ຫນົນ​ຈົ​ນ​ເຖິງວັນ​ທີ 5/3 ດ້ວຍ​ພົນ​ທະ​ຫານ​ປະ​ມານ 1000 ຄົນ, ໃນ​ນັ້ນ 700 ຄົນ​ແມ່ນ​ປະ​ຕິ​ບັດ​ວຽກ​ງານ​ຢູ່​ຖະ​ຫນົນ​ສາຍ​ຕ່າງໆ. ຄຳ​ກ່າວ​ເຕືອນ​ຄວາມ​ສະ​ຫງົບ​ປອດ​ໄພ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ຢູ່​ໃນ​ລະ​ດັບ 3.

ຂ່າວ/ບົດ​ອື່ນ